spot_img
Homeຂ່າວຕ່າງປະເທດກຸ່ມ IS ໃຊ້ອາວຸດຈິດຕະສາດ ປ່ອຍຝູງແມງງອດນັບພັນໂຕ ເຂົ້າເຂດຊຸມຊົນໃນອີຣັກ!

ກຸ່ມ IS ໃຊ້ອາວຸດຈິດຕະສາດ ປ່ອຍຝູງແມງງອດນັບພັນໂຕ ເຂົ້າເຂດຊຸມຊົນໃນອີຣັກ!

Published on

Black-Scorpion-pictures-2012 03

 

ກຸ່ມ IS ສົ່ງອາວຸດຂົ່ມຂັວນຊາວອີຣັກ ປ່ອຍຝູງແມງງອດນັບພັນໂຕ ແຕກຮືເຂົ້າເຂດຊຸມຊົນ ເນັ້ນຜົນດ້ານຈິດຕະສາດ

ຫວັງກໍ່ຄວາມແຕກຕື່ນ ແລະ ຢ້ານກົວ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ກຸ່ມລັດອິດສະລາມ ຫລື ກຸ່ມ ໄອເອັສ ໄດ້ນຳໃຊ້ອາວຸດ

ດ້ານຈິດຕະວິທະຍາແບບໃໝ່ ດ້ວຍການສົ່ງແມງງອດ ເຂົ້າໂຈມຕີບ້ານແຫ່ງໜຶ່ງຢູ່ໃນເຂດພື້ນທີ່ຂັດແຍ່ງ ຢູ່ທາງພາກ

ເໜືອຂອງປະເທດອີຣັກ ເຊິ່ງຍຸດໂທບາຍອັນນີ້ ໄດ້ຮັບການເປີດເຜີຍຈາກອະດີດຜູ້ຊ່ຽວຊານດ້ານອາວຸດເຄມີ ແລະ ຊີວະ

ພາບຂອງນາໂຕ້ ແລະ ກອງທັບອັງກິດ ທີ່ໄດ້ຮັບລາຍງານການໂຈມຕີດັ່ງກ່າວ ໃນເວລາຢູ່ໃນພື້ນທີ່ອີຣັກ.

 

ຝູງແມງງອດ ໄດ້ຖືກຜູ້ກໍ່ການຮ້າຍຈັບໃສ່ແກັດ ແລ້ວນຳໄປວາງໄວ້ໃນເສັ້ນທາງທີ່ມຸ່ງໜ້າເຂົ້າສູ່ຊຸມຊົນ ແລະ ເມື່ອແກັດ

ດັ່ງກ່າວຖືກເປີດອອກ ຝູງແມງງອດກໍພາກັນໄຕ່ເຂົ້າໄປໃນເຂດຊຸມຊົນ, ເຖິງແມ່ນວ່າມັນບໍ່ໄດ້ສ້າງຄວາມເສຍຫາຍອັນ

ໃດຫລວງຫລາຍກໍຕາມ, ແຕ່ກໍສາມາດສ້າງຄວາມຫວາດຫວັ່ນຢ້ານກົວ ໃຫ້ກັບຊາວບ້ານໃນອີຣັກເປັນຢ່າງສູງ ເຊິ່ງນັບ

ເປັນການໂຈມຕີດ້ວຍອາວຸດຈິດຕະສາດຊະນິດໜຶ່ງ.

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...