spot_img
Homeຂ່າວຕ່າງປະເທດຕຳຫຼວດຍັງບໍ່ລອດ! ຫວຽດນາມສັ່ງຈຳຄຸກ 6 ຜູ້ຕ້ອງຫາ ຄະດີໄຟໄໝ້ຮ້ານຄາລາໂອເກະ

ຕຳຫຼວດຍັງບໍ່ລອດ! ຫວຽດນາມສັ່ງຈຳຄຸກ 6 ຜູ້ຕ້ອງຫາ ຄະດີໄຟໄໝ້ຮ້ານຄາລາໂອເກະ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ຕຸລາ 2024 ຜ່ານມາ, ສານໃນແຂວງ ບິນເຊືອງ ທາງຕອນໃຕ້ປະເທດຫວຽດນາມ ຕັດສິນຈຳຄຸກເຈົ້າຂອງຮ້ານຄາລາໂອເກະ, ຜູ້ຮັບເໝົາດ້ານລະບົບປ້ອງກັນໄຟໄໝ້ ແລະ ເຈົ້າໜ້າທີ່ຕຳຫຼວດອີກ 4 ຄົນ ໃນຂໍ້ຫາ ລະເມີດມາດຕະຖານການປ້ອງກັນອັກຄີໄພ ແລະ ປ່ອຍປະລະເລີຍ ຈົນເຮັດໃຫ້ເກີດເຫດໄຟໄໝ້ຮ້ານ ຄາລາໂອເກະ ມີຜູ້ເສຍຊີວິດ 32 ຄົນ ໃນປີ 2022.

Vietnam jails six over deadly karaoke bar blaze

ຕາມການລາຍງານໄດ້ລະບຸວ່າ: ທ້າວ ເລ ອັນ ຊວນ ເຈົ້າຂອງຮ້ານຄາລາໂອເກະຮ້ານດັ່ງກ່າວຖືກສານຕັດສິນຈຳຄຸກເປັນເວລາ 8 ປີ ຂະນະທີ່ຜູ້ຮັບເໝົາຖືກຕັດສິນຈຳຄຸກ 5 ປີ ສ່ວນຕຳຫຼວດອີກ 4 ຄົນ ຖືກຈັບໃນຖານມີສ່ວນກ່ຽວຂ້ອງກັບການອອກແບບ ແລະ ອະນຸມັດລະບົບປ້ອງກັນໄຟໄໝ້ຂອງຮ້ານຄາລາໂອເກະແຫ່ງນີ້ ເຊິ່ງບໍໄດ້ມາດຕະຖານ ຖືກຕັດສິນຈຳຄຸກລະຫວ່າງ 4 ປີ ຫາ 7 ປີເຄິ່ງ.

ໂດຍເຫດການໄຟໄໝ້ໃນຄັ້ງນັ້ນສ້າງຄວາມສະເທືອນໃຈໄປທົ່ວຫວຽດນາມ ແລະ ຂະນະນັ້ນກໍນຳໄປສູ່ການປິດຄາລາໂອເກະອີກຫຼາຍພັນແຫ່ງທົ່ວປະເທດຫວຽດນາມ ເນື່ອງຈາກບໍ່ຜ່ານມາດຕະຖານການປ້ອງກັນອັກຄີໄພ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...