spot_img
Homeຂ່າວຕ່າງປະເທດຊາຍຊາວອິຕາລີ ຖືກລົດຕຳ ເຮັດໃຫ້ເສຍຄວາມຊົງຈຳ 39 ປີ ຕື່ນຂຶ້ນມາ ຈື່ລູກເມຍບໍ່ໄດ້

ຊາຍຊາວອິຕາລີ ຖືກລົດຕຳ ເຮັດໃຫ້ເສຍຄວາມຊົງຈຳ 39 ປີ ຕື່ນຂຶ້ນມາ ຈື່ລູກເມຍບໍ່ໄດ້

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2024 ນີ້ກ່ຽວກັບເລື່ອງລາວສຸດແປກຂອງຊາຍຊາວອິຕາລີ ອາຍຸ 60 ປີ ເກີດອຸບັດຕິເຫດລົດຕຳ ອາການໂຄມ່າ ເມື່ອຟຶ້ນຂຶ້ນມາຄວາມຊົງຈຳເສຍຫາຍໄປ 39 ປີ ລືມໜ້າເມຍ-ໍຮູ້ຈັກລູກຕົນເອງ ທຳໃຈບໍ່ໄດ້ຕື່ນຂຶ້ນມາກໍເຖົ້າແກ່ເລີຍ.

ເລື່ອງລາວຂອງ ລູເຊຍໂນ ດາດາໂມ ເປັນທີ່ໜ້າສົນໃຈຫຼາຍໃນໂລກສັກຄົມອອນລາຍເມື່ອໄດ້ອອກມາເລົ່າເຖິງຄວາມຮໍູ້ສຶກຫຼັງປະສົບອຸບັດຕິເຫດຕຳແລ້ວໜີໃນປີ 2019 ແລະ ເຮັດໃຫ້ຊີວິດຂອງລາວປ່ຽນໄປ ເມື່ອລາວຟຶ້ນຂຶ້ນມາຈາກອາການໂຄມ່າ ລາວເຊື່ອວ່າຕົນເອງອາຍຸ 24 ປີ ແລະ ກຳລັງຖ້າແຕ່ງງານກັບຄູ່ໝັ້ນອາຍຸ 19 ປີ ລາວບໍ່ສາມາດຈື່ຜູ້ຍິງເຖົ້າແກ່ທີ່ອ້າງຕົນເອງວ່າເປັນເມຍຂອງລາວໄດ້ ແລະ ບໍ່ຮູ້ຈັກຊາຍອາຍຸ 30 ປີທີ່ເອີ້ນລາວວ່າ ພໍ່ ທີ່ສຳຄັນລາວບໍ່ຮູ້ຈັກຊາຍເຖົ້າແກ່ເມື່ອລາວແຍງແວ່ນຢູ່ຕໍ່ໜ້າ.

ເມື່ອເວລາຜ່ານໄປປະມານ 5 ເດືອນຫຼັງຈາກອຸບັດຕິເຫດທີ່ປ່ຽນແປງຊີວິດຂອງ ລູເຊຍໂນ ຍັງຄົງພະຍາຍາມທຳໃຈຍອມຮັບຄວາມຈິງບໍ່ໄດ້ເລື່ອງທີ່ວ່າລາວອາດຈະບໍ່ມີວັນໄດ້ຄວາມຊົງຈຳ 39 ປີຂອງລາວກັບຄືນມາໄດ້, ປັດຈຸບັນລາວໄດ້ເຮັດວຽກເປັນພະນັກງານຮັກສາຄວາມສະອາດໃນໂຮງຮຽນເຊິ່ງເປັນສະພາບແວດລ້ອມທີ່ຊ່ວຍໃນລາວມີຄວາມຮູ້ສຶກເປັນປົກກະຕິ ການໃຊ້ຊີວິດທ່າມກາງເດັກນ້ອຍເຮັດໃຫ້ລາວມີມຸມມອງໃໝ່ ແລະ ມີຄວາມສຸກ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...