spot_img
Homeຂ່າວທ້ອງຖິ່ນແຂວງວຽງຈັນ ວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ ໃນປີ 2025

ແຂວງວຽງຈັນ ວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ ໃນປີ 2025

Published on

ໄລຍະ 9 ເດືອນປີ 2024 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແຂວງວຽງຈັນ ທັງໝົດ 1.031.756 ເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 281.891 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2023 ເພີ່ມຂຶ້ນ 366.917 ຄົນ, ສ້າງລາຍຮັບທົ່ວສັງຄົມໄດ້ທັງໝົດ 707 ຕື້ກ່ວາກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 489 ຕື້ກີບ. ຂະນະທີ່ ປີ 2025 ວາງຄາດໝາຍດຶງດູນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງວຽງຈັນ ໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ຫລາຍກ່ວາ 782 ຕື້ກີບ.

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງ, ຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ (ຖວທ) ກ່າວວ່າ: ແຂວງວຽງຈັນ ຖືເອົາວຽກງານທ່ອງທ່ຽວ ເປັນຂະແໜງການທີ່ສໍາຄັນ ເພື່ອຊຸກຍູ້ສົ່ງເສີມເສດຖະກິດ ແຂວງໃຫ້ມີຄວາມເຂັ້ມແຂງ, ທັງນີ້ກໍເພື່ອເຮັດໃຫ້ເງິນຕາຕ່າງປະເທດ ໝູນວຽນໃນລະບົບເສດຖະກິດໄດ້ເປັນຢ່າງດີ, ສາມາດຕອບສະໜອງການສ້າງວຽກເຮັດງານທໍາປະຊາຊົນໃນຕົວເມືອງ ແລະ ຊົນນະບົດ. ສະນັ້ນ, ວຽກງານການທ່ອງທ່ຽວ ຈຶ່ງເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອເຮັດໃຫ້ເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ກະສິກໍາ ໂດຍລວມແລ້ວ ທົ່ວແຂວງມີແຫລ່ງທ່ອງທ່ຽວທີ່ຂຶ້ນບັນຊີຄຸ້ມຄອງແລ້ວ 211 ແຫ່ງ.

ໃນນີ້, ມີແຫລ່ງທ່ອງທ່ຽວທາງທໍາມະຊາດ 180 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ໄດ້ພັດທະນາ ແລະ ເປີດນຳໃຊ້ບໍລິການເປັນສະຖານທີ່ທ່ອງທ່ຽວແລ້ວ 60 ແຫ່ງ, ສະຖານທີ່ທ່ອງທ່ຽວທຳມະຊາດ 55 ແຫ່ງ, ວັດທະນະທຳ 5 ແຫ່ງ, ໃນນັ້ນພາກເອກະຊົນລົງທຶນ 55 ແຫ່ງ, ປະຊາຊົນເປັນຜູ້ພັດທະນາ ແລະ ຄຸ້ມຄອງ 5 ແຫ່ງ ໂດຍມອບໃຫ້ຫ້ອງການ ຖວທ ເມືອງ ເປັນຜູ້ຄຸ້ມຄອງຕິດຕາມກວດກາໃນດ້ານວິຊາການ, ໃນຕົ້ນປີ 2024 ໄດ້ສົມທົບກັບຂະແໜງການກ່ຽວຂ້ອງລົງສໍາຫລວດ ເພື່ອປັກຫລັກໝາຍ ຂອບເຂດແຫລ່ງທ່ອງທ່ຽວ 2 ແຫ່ງຢູ່ເມືອງເຟືອງ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...