spot_img
Homeຂ່າວກິລາອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

Published on

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ ແລະ 8 ຫຼຽນທອງ.

May be an image of 11 people, people playing football, people playing soccer and text

ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊໃຫ້ຮູ້ວ່າ: ໃນຈຳນວນ 12 ປະເພດກິລາ ແຂວງອຸດົມໄຊ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາຄື: ແລ່ນລານ, ເທຄັວນໂດ, ເປຕັງ, ໜ້າເກັກ, ໝາກແລ້ ແລະ ໜາກເສິກ. ສ່ວນການຄັດເລືອກນັກກິລາເຂົ້າຮ່ວມແຂ່ງຂັນແມ່ນຄົບທຸກປະເພດແລ້ວ. ປະຈຸບັນ, ນັກກິລາທຸກຄົນແມ່ນມີຄວາມພ້ອມ ແລະ ມີການຝຶກຊ້ອມ-ຝຶກແອບຢູ່ແຕ່ລະສະໂມສອນເປັນປົກກະຕິ ແລະ ບໍ່ທັນໄດ້ເຂົ້າສູນເທື່ອ, ຄາດວ່າຕົ້ນເດືອນ ພະຈິກ ຈຶ່ງຈະເຂົ້າສູນຝຶກຊ້ອມເພື່ອກຽມເຂົ້າຮ່ວມແຂ່ງຂັນງານກິລາຄັ້ງນີ້

May be an image of 16 people and people playing soccer

ສໍາລັບງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວາ 2024 ໂດຍກໍານົດແຂ່ງຂັນທັງໝົດ 12 ປະເພດກິລາ ປະກອບມີ: ແລ່ນ-ລານ, ບານເຕະ, ບານສົ່ງໃນຮົ່ມ/ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທຄວັນໂດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...