spot_img
Homeຂ່າວເຫດການສະ­ພາ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ຈາກ​ປະ­ຊາ­ຊົນ 3 ຮ້ອຍ​ກວ່າ​ເລື່ອງ

ສະ­ພາ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ຈາກ​ປະ­ຊາ­ຊົນ 3 ຮ້ອຍ​ກວ່າ​ເລື່ອງ

Published on

cee113985de05c85e9892c112f4d13bf

 

ສະ­ພາ​ແຫ່ງ​ຊາດ​ໃນ​ຖາ­ນະ​ທີ່​ເປັນອົງ­ການ​ຕົວ​ແທນ​ແຫ່ງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ສະເພາະ​

ໃນ 6 ເດືອນ​ທ້າຍ​ປີ​ນີ້​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຈາກ​ປະ­ຊາ­ຊົນ​ຈຳ­ນວນ​ ທັງ​ຫມົດ 3 ຮ້ອຍ​ກວ່າ​ເລື່ອງ ໃນ​ນີ້​ໄດ້​

ແກ້​ໄຂ​ແລ້ວ 2 ຮ້ອຍ​ກວ່າ​ເລື່ອງ ພ້ອມ​ດຽວ​ກັນ​ນັ້ນ ​ກໍໄດ້​ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບັນຫາ​ຕ່າງໆ​ສຳ­ຄັນ​ຂອງ​ຊາດ.

 

ໃນ​ກອງ​ປະ­ຊຸມ​ສະ­ພາ​ວັນ​ທີ 16 ທັນ ວາ 2014 ທ່ານ ດຣ. ໄຊ​ສົມ​ພອນ ພົມ​ວິ ຫານ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ລາຍ​

ງານ​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ 6 ເດືອນ ຜ່ານ​ມາ­ຄະ​ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ໄດ້​ເປີດ​ກອງ​ປະ­ຊຸມ​ທັງ​ໝົດ 5 ຄັ້ງ, ໄດ້​ພິຈາ­ລະ​

ນາ ແລະ ຮັບ­ຮອງ​ເອົາ​ຫຼາຍ​ບັນ ຫາ​ສຳ­ຄັນ​ເປັນ­ຕົ້ນ: ພິ­ຈາ­ລະ­ນາ ແລະ ຮັບຮອງ​ເອົາ​ການ​ຍົກ­ຍ້າຍ ແລະ ແຕ່ງ­ຕັ້ງສະ­ມາ

­ຊິກ​ລັດ­ຖະ­ບານ​ຕາມ​ການ​ສະ­ເໜີ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ; ພິ​ຈາ­ລະນາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ປັບປຸງ

​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ­ນູນ, ສ້າງ ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້ ແກ່​ການ­ຈັດ­ຕັ້ງ​ກອງ​ປະ­ຊຸມ​ສຳ​ມະ​ນາ​ວິທະ​

ຍາ​ສາດ ເພື່ອ​ທາບ​ທາມ​ຄວາມ​ເຫັນຂອງ​ສັງ­ຄົມ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ.

 

ພ້ອມ​ດຽວ​ກັນ​ນັ້ນ​ກໍ​ໄດ້​ພິ­ຈາ­ລະ­ນາ​ຕົກ­ລົງ​ໃຫ້​ສັດ­ຕະ­ຍະ​ບັນ​ແກ່​ ສັນ­ຍາວ່າດ້ວຍ​ການ​ຫຼີກ­ເວັ້ນ​ການ​ເກັບ​ອາ­ກອນຊ້ຳ

​ຊ້ອນ ແລະ ສະ­ກັດ​ກັ້ນ​ການ​ລົບ​ຫຼີກການ​ເສຍ​ອາ­ກອນ​ລາຍ​ໄດ້​ລະ­ຫວ່າງ​ລັດຖະ​ບານ​ແຫ່ງ ສປປ ລາວ ແລະ ສ. ອິນໂດ

​ເນ​ເຊຍ; ພິ­ຈາ­ລະ­ນາ ແລະ ຕົກ­ລົງ​ຮັບຮອງ​ເອົາ​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ຈຳນວນ​ໜຶ່ງ.

 

ພິ­ຈາ­ລະ­ນາ​ຕົກ­ລົງ​ໃຫ້​ສັນ­ຊາດ​ລາວ ແກ່​ຊາວ​ຕ່າງ​ດ້າວ​ຈຳ­ນວນ 19 ຄົນ, ຍິງ 8 ຄົນ, ພິ­ຈາ­ລະ­ນາ​ຕົກ­ລົງ​ໃຫ້​ອະ­ໄພ​ຍະ

ໂທດ​ແກ່​ນັກ­ໂທດ​ທີ່​ກ້າວ­ໜ້າ​ທັງ​ໝົດ 938 ຄົນ, ຍິງ 198 ຄົນ, ໃນ​ນີ້​ຄົນ​ຕ່າງ­ປະ­ເທດ 21 ຄົນ, ຍິງ 2 ຄົນ ແລະ ໄດ້​ແກ້

​ໄຂຮ້ອງ​ຂໍ​ຄວາມ​ເປັນ​ທຳ 232 ເລື່ອງ​ຂອງ ຈຳ­ນວນ​ທັງ​ໝົດ​ທີ່​ໄດ້​ຮັບ 317 ເລື່ອງ, ນອກ­ຈາກ​ນັ້ນ​ທ່ານ ດຣ. ໄຊ​ສົມ​ພອນ

ພົມ­ວິ­ຫານ ກ່າວ​ຕື່ມ​ວ່າ: ຍັງ​ໄດ້​ພິ​ຈາ­ລະນາ​ຮັບ­ຮອງ​ເອົາ​ຜົນ​ການ​ສ້າງ ແລະ ປັບປຸງ​ກົດ­ໝາຍ​ທີ່​ກອງ​ປະ­ຊຸມ​ສະ­ໄໝ​ສາ

­ມັນເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ 7 ໄດ້​ຮັບ­ຮອງ​ເອົາ, ຊີ້​ນຳ​ຊຸກ­ຍູ້​ຕິດ­ຕາມກວດ­ກາ​ການ​ກະ­ກຽມ ແລະ ດຳ­ເນີນ

ກອງ​ປະ­ຊຸມ​ສະ­ມັດ­ຊາ​ລັດ​ຖະ​ສະ­ພາ​ລະຫວ່າງ​ຊາດ​ອາ​ຊຽນ​ຄັ້ງ​ທີ 35 ແລະ ກອງປະ­ຊຸມ​ອື່ນ​ທີ່​ປິ່ນ​ອ້ອມ ຊຶ່ງ ສປປ ລາວ

ໄດ້ຮັບ​ກຽດ​ເປັນ​ເຈົ້າ­ພາບ, ພິ­ຈາ­ລະ­ນາ​ຕົກລົງ ແລະ ຕິດ­ຕາມ​ຊຸກ­ຍູ້​ການ​ກະ­ກຽມ​ແກ່ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ

​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ 7, ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ແຕ່ງ­ຕັ້ງຮອງ​ປະ­ທານ​ສານ​ພາກ, ຮອງ

​ປະ­ທານສານ​ແຂວງ, ຜູ້​ພິ­ພາກ­ສາ ແລະ ພິ​ຈາ­ລະນາ​ຮັບ­ຮອງ​ບັນ­ຫາ​ສຳ­ຄັນ​ຕ່າງໆ​ທີ່​ພົວ­ພັນ​ເຖິງ​ວຽກ​ງານ​ພາຍ​ໃນ​ສະ

­ພາ​ແຫ່ງຊາດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...