spot_img
Homeປັບປຸງເສັ້ນທາງພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

Published on

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2.

ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ, ໄດ້ຈັດພິທີເຊັນສັນຍາ ໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຜູ້ມີກຽດໃນການຮ່ວມເປັນພະຍານຄັ້ງນີ້.

ທ່ານ ນາງ ພອນມະນີ ອິນທະພົມ

ທ່ານ ນາງ ພອນມະນີ ອິນທະພົມ ໃນຖານະຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນໂຄງການແມ່ນໍ້າຂອງ ໄລະຍະ 2 ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້ ຈະປັບປຸງເສັ້ນທາງໃນເທດສະບານເມືອງວັງວຽງ ຈໍານວນ 11 ເສັ້ນທາງ, ມີລວງຍາວທັງຫມົດ 5,294.36 ແມັດ, ມູນຄ່າ 1,883,118.02 ໂດລາສະຫະຣັດ ແລະ ຈະລົງມື ຈັດຕັ້ງປະຕິບັດໃຫ້ສໍາເລັດ ພາຍໃນ 15 ເດືອນ ເລີ່ມແຕ່ ວັນທີ 1 ພະຈິກ 2024 ຫາ ວັນທີ 31 ມັງກອນ 2026 ໂດຍແມ່ນ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ແອວບີດີ ກໍ່ສ້າງ ເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ເປັນບໍລິສັດຮັບເຫມົາກໍ່ສ້າງ (R8CE-LBD Joint Venture) ແລະ ບັນດາ ຫນ້າວຽກສໍາຄັນທີ່ຈະກໍ່ສ້າງ ປະກອບມີ:

  • ການປັບປຸງຫນ້າທາງຄືນໃຫມ່ ຈໍານວນ 4 ເສັ້ນທາງ ປະກອບມີ: ເສັ້ນທາງ – A ມີຄວາມຍາວ 1,612 ແມັດ; ເສັ້ນທາງ – B ຄວາມຍາວ 1,244 ແມັດ ເສັ້ນທາງ – G ມີຄວາມຍາວ 170 ແມັດ ແລະ ເສັ້ນທາງ – J ມີລວງຍາວ 128 ແມັດ. ລວມຄວາມຍາວທັງຫມົດ 3,154 ແມັດ, ປູຫນ້າທາງດ້ວຍຢາງອາດສະຟານ ທີ່ມີຄວາມໜາ 50 ມມ ພ້ອມທັງມີການປັບປຸງລະບາຍນໍ້າໜ້າທາງ, ອະນາໄມຮ່ອງລະບາຍນໍ້າເກົ່າແຄມທາງ ພ້ອມທັງກໍ່ສ້າງຂຸມພັກນໍ້າໃຫມ່, ປັບປຸງທາງຄົນຍ່າງທັງສອງຟາກທາງ ດ້ວຍການປູດິນບລ໋ອກຄອນກຣີດ 6 ຫລ່ຽມສີແດງ, ປັບປຸງລະບົບໄຟເຍືອງທາງ ແລະ ປູກຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງ ນອກ ທັງສອງຟາກທາງ; ກໍ່ສ້າງຂຸມພັກນໍ້າ.
  • ການປັບປຸງລະບົບລະບາຍນໍ້າຫນ້າທາງ, ອະນາໄມຮ່ອງລະບາຍນໍ້າເກົ່າແຄມທາງ ພ້ອມ ໃຫມ່, ປັບປຸງຫນ້າທາງຄົນຍ່າງ ສອງຝາກທາງດ້ວຍການປູດິນບລ໋ອກ ຄອນກຣີດ 6 ຫລ່ຽມສີແດງ, ປັບປຸງລະບົບໄຟເຍືອງທາງ ແລະ ປູກຕົ້ນໄມ້ ເລາະຕາມແຄມ ທາງຍ່າງເບື້ອງນອກທັງສອງຝາກທາງ ຕາມຈຸດທີ່ເຫມາະສົມຈໍານວນ 4 ເສັ້ນທາງ ປະກອບ ມີ: ເສັ້ນທາງ – C1 ມີລວງຍາວ 237 ແມັດ, ເສັ້ນທາງ – C3 ມີລວງຍາວ 268 ແມັດ, ເສັ້ນທາງ – C4 ມີລວງຍາວ 287 ແມັດ ແລະ ເສັ້ນທາງ – C5 ມີລວງຍາວ 285 ແມັດ ເຊິ່ງມີລວງຍາວ 2,154 ແມັດ;
  • ການປັບປຸງລະບົບຮ່ອງລະບາຍນໍ້າແຄມທາງຄືນໃຫມ່ ເປັນຮູບໂຕ – U ພ້ອມມີຝາປິດເບຕົງ ເສີມເຫລັກ ພາຍໃນເຂດບ້ານເມືອງຊອງ ແລະ ບ້ານວຽງແກ້ວ ພ້ອມທັງຕິດຕັ້ງໄຟເຍືອງທາງ ຈໍານວນ 3 ເສັ້ນທາງ ປະກອບມີ: ເສັ້ນທາງ – D ມີລວງຍາວ 228.5 ແມັດ, ເສັ້ນທາງ – E ມີລວງຍາວ 572.20 ແມັດ ແລະ ເສັ້ນທາງ – F ມີລວງຍາວ 262.66 ແມັດ ເຊິ່ງມີ ລວງຍາວ 2,126.72 ແມັດ.

ສ່ວນຫນ້າວຽກທີ່ຈະປັບປຸງ ສໍາລັບແຕ່ລະເສັ້ນທາງ ມີລາຍລະອຽດດັ່ງລຸ່ມນີ້:

  1. ເສັ້ນທາງ – A ມີລວງຍາວ 1,612 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; ( ii) ວຽກຕິດຕັ້ງຊຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບູລະນະຮັກສາ; (iii) ອະນາໄມຮ່ອງ ລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນ ໃຫມ່; (v) ຕິດ ຕັ້ງຂຸມເກັບນໍ້າເປື້ອນຈາກຄົວເຮືອນ; (vi) ຕິດຕັ້ງເສົາໄຟເຍືອງທາງ; (vii) ຈັດສັນບ່ອນ ຈອດລົດ ເພື່ອແກ້ໄຂບັນຫາການສັນຈອນແອອັດ ແລະ (viii) ປູກຕົ້ນໄມ້ເລາະຕາມແຄມ ທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ; (ix) ສ້ອມແປງຂຸມຕາມຫນ້າ ທາງ ແລະ ປູອາດສະຟານ ສໍາລັບຫນ້າທາງ.
  2. ເສັ້ນທາງ – B ມີລວງຍາວ 1,244 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍ ບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; (ii) ວຽກຕິດຕັ້ງຊຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບູລະນະຮັກສາ; (ii) ອະນາໄມຮ່ອງ ລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມ ແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຊຸມພັກ ນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນໃຫມ່; (v) ຕິດຕັ້ງ ຂຸມເກັບນໍ້າເປື້ອນຈາກຄົວເຮືອນ; (vi) ຕິດຕັ້ງເສົາໄຟເຍືອງທາງ; (vii) ຈັດສັນບ່ອນຈອດ ລົດ ເພື່ອແກ້ໄຂບັນຫາການສັນຈອນແອອັດ ແລະ (viii) ປູກຕົ້ນໄມ້ເລາະຕາມແຄມທາງ ຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ ແລະ (ix) ສ້ອມແປງຂຸມຕາມຫນ້າ ທາງ ແລະ ປູອາດສະຟານ ສໍາລັບຫນ້າທາງ.
  3. ເສັ້ນທາງ – C1 ມີຄວາມຍາວ 237 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; (ii) ວຽກຕິດຕັ້ງຊຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບຸລະນະຮັກສາ; (i) ອະນາໄມຮ່ອງ ລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນໃຫມ່ ແລະ ຕິດຕັ້ງ ຂຸມເກັບນໍ້າເປື້ອນຈາກຄົວເຮືອນ; ແລະ (v) ຕິດຕັ້ງເສົາໄຟເຍືອງທາງ ແລະ (vi) ປູກຕົ້ນໄມ້ ເລາະຕາມແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  4. ເສັ້ນທາງ – C3 ມີຄວາມຍາວ 268 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍ ບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; ( ii) ວຽກຕິດຕັ້ງຂຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບຸລະນະຮັກສາ; (iii) ອະນາໄມຮ່ອງ ລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກ ນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນ ໃຫມ່ ແລະ ຕິດຕັ້ງ ຂຸມເກັບນໍ້າເປື້ອນຈາກຄົວເຮືອນ; ແລະ (v) ຕິດຕັ້ງເສົາໄຟເຍືອງທາງ ແລະ ແລະ (vi) ປູກ ຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  5. ເສັ້ນທາງ – C4 ມີລວງຍາວ 287 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍ ບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; ( ii) ວຽກຕິດຕັ້ງຊຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບຸລະນະຮັກສາ; (iii) ອະນາໄມຮ່ອງລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກ ນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນໃຫມ່ ແລະ ຕິດຕັ້ງ ຂຸມເກັບນໍ້າເປື້ອນຈາກຄົວເຮືອນ; ແລະ (v) ຕິດຕັ້ງເສົາໄຟເຍືອງທາງ ແລະ (vi) ປູກຕົ້ນໄມ້ ເລາະຕາມແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  6. ເສັ້ນທາງ – C5 ມີລວງຍາວ 285 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູຫນ້າ ທາງຄົນຍ່າງດ້ວຍ ບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; ( ii) ວຽກຕິດຕັ້ງຂຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບຸລະນະຮັກສາ; (iii) ກໍ່ສ້າງຮ່ອງ ລະບາຍໃຫມ່ ພ້ອມຕິດຕັ້ງຝາປິດ; (iv) ຕິດຕັ້ງຂອບທາງເບຕົງໃຫມ່ ແລະ ເທເບຕົງຮ່ອງ ລະບາຍນໍ້າບ່າທາງ; (v) ຕິດຕັ້ງຊຸມພັກນໍ້າຝົນແຄມທາງ ພ້ອມຕິດຕັ້ງເຫລັກ ຕະແກັງ ແລະ ຕິດຕັ້ງຂຸມເກັບນໍ້າເປື້ອນຈາກຄົວເຮືອນ; ແລະ (vi) ຕິດຕັ້ງເສົາໄຟເຍືອງທາງ ແລະ (vi) ປູກຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ. 7. ເສັ້ນທາງ – D ມີລວງຍາວ 228.5 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ກໍ່ສ້າງ ຮ່ອງລະບາຍນໍ້າແຄມທາງ ຮູບໂຕ – U ທັງສອງເບື້ອງຊ້າຍ ແລະຂວາ ເພື່ອປ້ອງກັນນໍ້າຖ້ວມ; ແລະ ( ii) ຕິດຕັ້ງເສົາໄຟເຍືອງທາງ ແລະ (iii) ປູກຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງ ນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  7. ເສັ້ນທາງ – E ມີລວງຍາວ 572.20 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ກໍ່ສ້າງ ຮ່ອງລະບາຍນໍ້າແຄມທາງ ຮູບໂຕ – U ທັງສອງເບື້ອງຊ້າຍ ແລະຂວາ ເພື່ອປ້ອງກັນນໍ້າຖ້ວມ; ແລະ ( ii) ຕິດຕັ້ງເສົາໄຟເຍືອງທາງ ແລະ (iii) ປູກຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງ ນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  8. ເສັ້ນທາງ – F ມີລວງຍາວ 262.66 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ກໍ່ສ້າງ ຮ່ອງລະບາຍນໍ້າແຄມທາງ ຮູບໂຕ – U ທັງສອງເບື້ອງຊ້າຍ ແລະຂວາ ເພື່ອປ້ອງກັນນໍ້າຖ້ວມ; ແລະ ( ii) ຕິດຕັ້ງເສົາໄຟເຍືອງທາງ ແລະ (iii) ປູກຕົ້ນໄມ້ເລາະຕາມແຄມທາງຍ່າງເບື້ອງ ນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ.
  9. ເສັ້ນທາງ – G ມີລວງຍາວ 170 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູ ຫນ້າທາງຄົນຍ່າງດ້ວຍ ບລອກຄອນກຣີດ ແບບ 6 ຫລ່ຽມສີແດງ; (ii) ວຽກຕິດຕັ້ງຂຸມ ພັກນໍ້າພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບຸລະນະຮັກສາ; (ii) ອະນາ ໄມຮ່ອງລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກນໍ້າຝົນແຄມ
  10. ທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນໃຫມ່; (v) ຕິດ ຕັ້ງຂຸມເກັບນໍ້າເປື້ອນຈາກຄົວເຮືອນ; (vi) ຕິດຕັ້ງເສົາໄຟເຍືອງທາງ ແລະ ປູກຕົ້ນໄມ້ເລາະ ຕາມແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ; (vii) ຈັດສັນບ່ອນ ຈອດລົດ ເພື່ອແກ້ໄຂບັນຫາການສັນຈອນແອອັດ; ແລະ (viii) ສ້ອມແປງຂຸມຕາມຫນ້າທາງ ແລະ ປູອາດສະຟານ ສໍາລັບຫນ້າທາງ.
  11. ເສັ້ນທາງ – J ມີລວງຍາວ 128 ແມັດ: ບັນດາຫນ້າວຽກທີ່ຈະກໍ່ສ້າງລວມມີ (i) ປູ ຫນ້າທາງຄົນຍ່າງດ້ວຍ ບລອກຄອນກຣີດແບບ 6 ຫລ່ຽມສີແດງ; (ii) ວຽກຕິດຕັ້ງຊຸມພັກນໍ້າ ພ້ອມຝາອັດທີ່ເຮັດດ້ວຍເຫລັກ ເພື່ອສະດວກໃນການບູລະນະຮັກສາ; (iii) ອະນາ ໄມຮ່ອງ ລະບາຍນໍ້າແຄມທາງພ້ອມທັງຕິດຕັ້ງ ແລະ ສ້ອມແປງຝາອັດຮ່ອງລະບາຍນໍ້າ; (iv) ຕິດຕັ້ງ ຂອບທາງເບຕົງໃຫມ່, ເທເບຕົງຮ່ອງລະບາຍນໍ້າບ່າທາງ, ຕິດຕັ້ງຂຸມພັກ ນໍ້າຝົນແຄມທາງ ພ້ອມທັງຕິດຕັ້ງ ແລະ ສ້ອມແປງເຫລັກຕະແກັງຂຸມພັກນໍ້າແຄມທາງຄືນໃຫມ່; (v) ຕິດຕັ້ງ ຂຸມເກັບນໍ້າເປື້ອນຈາກຄົວເຮືອນ; (vi) ຕິດຕັ້ງເສົາໄຟເຍືອງທາງ ແລະ ປູກຕົ້ນໄມ້ເລາະຕາມ ແຄມທາງຍ່າງເບື້ອງນອກ ທັງສອງຟາກທາງ ຕາມຈຸດທີ່ເຫມາະສົມ; (vii) ຈັດສັນບ່ອນຈອດ ລົດ ເພື່ອແກ້ໄຂບັນຫາການສັນຈອນແອອັດ; ແລະ (viii) ສ້ອມແປງຂຸມຕາມຫນ້າທາງ ແລະ ປູອາດສະຟານ ສໍາລັບຫນ້າທາງ.

ສະຫຼຸບລວມກໍຄື: ໂຄງການດັ່ງກ່າວຈະໄດ້ປັບປຸງເສັ້ນທາງພາຍໃນເທດສະບານເມືອງ 11 ເສັ້ນໃນຄວາມຍາວປະມານ 5.294 ແມັດ, ຈະເລີ່ມລົງມືກໍ່ສ້າງ ໃນວັນທີ 1 ພະຈິກ 2024 ແລະ ຄາດວ່າຈະໃຫ້ສຳເລັດໃນວັນທີ 31 ມັງກອນ 2026 ໃຊ້ເວລາໃນການກໍ່ສ້າງທັງຫມົດ 15 ເດືອນ.

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ ພາຍໃນຕົວເມືອງວັງວຽງ ແມ່ນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນຳ້ຂອງໄລຍະ2 ເປັນເຈົ້າຂອງໂຄງການ ແລະ ລັດວິສາຫະກິດກໍ່ສ້າງທາງເລກ 8, ບໍລິສັດແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ເປັນຜູ້ຮັບເຫມົາກໍ່ສ້າງ.

ບົດຄວາມຫຼ້າສຸດ

ນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ ຈໍານວນ 9 ແສນກວ່າຄົນ

ນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 9 ແສນກວ່າຄົນ, ໃນນີ້ ເປັນນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ. ລື່ນແຜນການປີທີ່ວາງໄວ້ 8 ແສນຄົນ...

ຮັບຈ້າງວາງຢາພິດ ເພື່ອຄາດຕະກຳ ທີ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ

ວັນທີ 17 ຕຸລາ 2024 ເຈົ້າໜ້າທີ່ແຂວງຫົວພັນ ພ້ອມພາກສ່ວນກ່ຽວຂ້ອງນໍາຕົວຜູ້ຕ້ອງຫາມາຈຳລອງເຫດການວາງຢາພິດ ເພື່ອຄາດຕະກຳຄອບຄົວທ້າວເລັງຟາງ ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ ເຮັດໃຫ້ລູກຊາຍຂອງທ້າວເລັງຟາງ ອາຍຸ 9 ປີ...

ເຈົ້າໜ້າທີ່ຕຳຫຼວດໄທ ຈັບກຸມຜູ້ລັກລອບນຳສັນຍານອິນເຕີເນັດຂ້າມນ້ຳຂອງ ຢ້ານເປັນຊ່ອງທາງໃຫ້ກຸ່ມແກ້ງຄຳເຊັນເຕີ

ອີງຕາມສຳນັກຂ່າວໄທລາຍງານໃນວັນທີ 20 ຕຸລາ 2024 ຜ່ານມາ, ພົນຕຳຫຼວດເອກ ນັດທະທອນ ເພາະສຸນທອນ ຄະນະກຳມະການກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫຼື ກສທຊ...

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...