spot_img
Homeຂ່າວພາຍ​ໃນຄຳມ່ວນ ພົບສານຟໍມາລິນໃນອາຫານທະເລ-ແຊ່ແຂງ ພ້ອມຍຶດມາທຳລາຍ

ຄຳມ່ວນ ພົບສານຟໍມາລິນໃນອາຫານທະເລ-ແຊ່ແຂງ ພ້ອມຍຶດມາທຳລາຍ

Published on

ໃນວັນທີ 10–11 ຕຸລາ 2024 ທີ່ຜ່ານມາຂະແໜງລ້ຽງສັດ ແລະ ການປະມົງໃນນາມຂະແໜງການທີ່ຕິດພັນຈິ່ງໄດ້ລົງຕິດຕາມ-ກວດກາການນໍາເຂົ້າ ແລະ ຈໍາໜ່າຍສັດນໍ້າ , ຜະລິດຕະພັນສັດນໍ້າ , ອາຫານແຊ່ແຂງ , ອາຫານທະເລຢູ່ 2 ເມືອງຂອງແຂວງຄື : ເມືອງທ່າແຂກ ແລະ ເມືອງໜອງບົກ.

May be an image of 3 people

ສຳລັບເມືອງທ່າແຂກແມ່ນໄດ້ລົງຕິດຕາມ-ກວດກາໃນວັນທີ 10 ຕຸລາ 2024 ເຊິ່ງສະຖານທີ່ກວດກາມີທັງໝົດ 3 ແຫ່ງຄື : ຕະຫຼາດຫຼັກ 3 , ຕະຫຼາດຫຼັກ 2 ແລະ ຕະຫຼາດນາໂບ . ສໍາລັບຕະຫຼາດຫຼັກ 3 ແມ່ນມີ 6 ຈຸດ ແລະ ສິ່ງທີ່ນໍາມາກວດແມ່ນປາມຶກ , ກຸ້ງ , ໄກ່ແຊ່ແຂງ , ມ້າມ , ໄຂ່ຫຼັງ, ເຊິ່ງມີ 1 ຈຸດທີ່ພົບເຫັນຄື : ຮ້ານນາງ ຮວາ ແລະ ຊະນິດທີ່ພົບແມ່ນປາມຶກ ໂດຍຜົນກວດກາພົບວ່າ: ມີສານຕົກຄ້າງຟອມມາລິນຫຼາຍເກີນກໍານົດ ແລະ ກຸ້ງທະເລຈໍານວນ 11.5 ກິໂລກຼາມ. ສ່ວນຕະຫຼາດຫຼັກ 2 ໄດ້ຕິດຕາມ-ກວດກາຢູ່ 4 ຈຸດໂດຍມີຜູ້ມາຂາຍຕົວຈິງ 2 ຈຸດ ແລະ ອີກ 2 ຈຸດບໍ່ພົບເຫັນຜູ້ມາຂາຍເລີຍ ແລະ ແຫ່ງທີ 3 ຕະຫຼາດນາໂບ ມີ 2 ຈຸດບໍ່ພົບເຫັນຜູ້ມາຂາຍ.

May be an image of 2 people

ສໍາລັບຮ້ານທີ່ຂາຍຕາມແຄມທາງລວມມີ 5 ຈຸດ ແລະ ສິ່ງທີ່ນໍາມາກວດຄື : ແມ່ນປາມຶກ , ກຸ້ງ , ໄກ່ແຊ່ແຂງ , ມ້າມ , ໄຂ່ຫຼັງ ແລະ ມີ 1 ຈຸດກວດ ໄດ້ກວດພົບສານຟອມມາລິນຕົກຄ້າງໃນກຸ້ງທະເລຢູ່ 3 ຮ້ານຄື : ຮ້ານ ນາງ ມຸກດາກວດພົບ 11 ກິໂລກຼາມ , ຮ້ານທ້າວ ພອນວິໄລ ກວດພົບ 1 ກິໂລກຼາມ ແລະ ຮ້ານ ທ້າວ ວິໄລພອນກວດພົບ 6.5 ກິໂລກຼາມ.

May be an image of 6 people

ສຳລັບເມືອງໜອງບົກແມ່ນໄດ້ລົງຕິດຕາມ-ກວດກາໃນວັນທີ 11 ຕຸລາ 2024 ເຊິ່ງສະຖານທີ່ກວດກາລວມມີທັງໝົດ 2 ແຫ່ງຄື : ຕະຫຼາດດົງຂວາງ ແລະ ຕະຫຼາດຕົ້ນໂພ . ສໍາລັບຕະຫຼາດດົງຂວາງລວມມີ 2 ຈຸດກວດ ແລະ ສິ່ງນໍາມາກວດຄື : ປາມຶກ , ໄກ່ແຊ່ແຂງ , ຫົວໃຈ ແຕ່ບໍ່ພົບສານຕົກຄ້າງ . ສ່ວນຢູ່ຕະຫຼາດຕົ້ນໂພມີ 2 ຈຸດກວດ ແລະ ສິ່ງນໍາມາກວດຄື : ປາມຶກ , ໄກ່ແຊ່ແຂງ , ຫົວໃຈ ແລະ ໄດ້ກວດພົບເຫັນມີສານຟອມມາລິນຕົກຄ້າງເກີນກໍານົດໃນອາຫານທະເລທັງ 2 ຈຸດດັ່ງກ່າວຄື : ຮ້ານຂອງນາງ ໂສລະຍາ ກວດພົບໃນກຸ້ງ 6.5 ກິໂລກຼາມ ແລະ ຮ້ານ ນາງ ເລ໋ວ ກວດພົບໃນກຸ້ງ 1.8 ກິໂລກຼາມ.

May be an image of medicine, hair product, fragrance and text

ສຳລັບເຈົ້າຂອງຮ້ານທີ່ໄດ້ກະທຳຜິດ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ພ້ອມທັງໄດ້ຍຶດສິນຄ້າດັ່ງກ່າວເພື່ອນໍາໄປທໍາລາຍ, ຈຸດປະສົງການລົງເຄື່ອນໄຫວ ກໍ່ເພື່ອແນໃສ່ໃຫ້ຜູ້ບໍລິໂພກໄດ້ຮັບປະທານອາຫານທີ່ມີຄວາມປອດໄພ, ຖືກຫຼັກອະນາໄມ, ບໍ່ມີສານຕົກຄ້າງ, ສະນັ້ນ, ຜູ້ຂາຍກໍ່ຕ້ອງໄດ້ຄໍານຶງເຖິງສຸຂະພາບຂອງຜູ້ຊື້ເຊັ່ນດຽວກັນ ບໍ່ຄວນເຫັນແກ່ຜົນກໍາໄລພຽງຢ່າງດຽວແຕ່ຄວນຄໍານຶງເຖິງສຸຂະພາບຂອງຜູ້ບໍລິໂພກນໍາອີກດ້ວຍໂດຍສະເພາະແມ່ນການໃສ່ສານຟອມມາລິນ ແລະ ສານອື່ນໆທີ່ຜົນຂ້າງຄຽງຕໍ່ຮ່າງກາຍ (ສານກັນບູດ).

ຂ່າວ: Khammouane News

ບົດຄວາມຫຼ້າສຸດ

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...

ພະຍາກອນອາກາດ ປະຈໍາວັນທີ 21 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ,...

ເຈົ້າໜ້າທີ່ຈັບຊາຍຕ່າງດ້າວ ກໍ່ເຫດຄາດຕະກຳ ທີ່ເຂດບ້ານນໍ້າເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ໃນວັນທີ 17 ກັນຍາ 2024 ທາງເຈົ້າໜ້າທີ່ວິຊາສະເພາະພະແນກສືບສວນ-ສອບສວນຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ: ມີເຫດການຄາດຕະກຳຢູ່ ເຂດບ້ານນໍ້າເກິ່ງເກົ່າ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຈາກນັ້ນ,...