spot_img
Homeຂ່າວພາຍ​ໃນແຂວງຫົວພັນ ຈູດທຳລາຍຢາເສບຕິດຫຼາຍປະເພດ

ແຂວງຫົວພັນ ຈູດທຳລາຍຢາເສບຕິດຫຼາຍປະເພດ

Published on

ວັນທີ 15 ຕຸລາ 2024, ແຂວງຫົວພັນ ໄດ້ຈັດພິທີ ຈູດທໍາລາຍຢາເສບຕິດ ຂຶ້ນຢູ່ເດີ່ນພະແນກສະກັດກັ້ນ ແລະ ຕ້ານອັກຄີໄຟ ປກສ ແຂວງຫົວພັນ ເພື່ອເປັນການສະເຫຼີມສະຫຼອງ ວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 23 ປີ ( 12 ຕຸລາ 2001–12 ຕຸລາ 2024 ), ເຂົ້າຮ່ວມມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ປະທານຄະນະກຳມະການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງ, ມີ ພົຈວ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍພະແນກການກ່ຽວຂ້ອງ, ປະຊາຊົນອ້ອມຂ້າງເທດສະບານເມືອງ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

May be an image of 11 people and text

May be an image of 2 people

May be an image of fire

ຢາເສບຕິດທີ່ນໍາມາຈູດທໍາລາຍໃນຄັ້ງນີ້ ເປັນຢາເສບຕິດທີ່ສານຕັດສິນສໍາເລັດແລ້ວມີ: ເຮໂລອິນ ມີນ້ໍາໜັກ 49.802 ກຼາມ (ສີ່ສິບເກົ້າຈຸດ ແປດຮ້ອຍສອງກຣາມ ), ຝຸ່ນຂາວ 33.7 ກຼາມ, ຢາບ້າ 162,558 ເມັດ ມີນ້ຳໜັກ 11.7 ກິໂລກຼາມ, ຝິ່ນ ມີນ້ຳໜັກ 4.405 ກິໂລກຼາມ, ຄາເຟອິນ ມີນ້ຳໜັກ 1.8 ກິໂລກຼາມ ແລະ ອິນຕີໄຟລິນ 16.1 ກຼາມ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...