spot_img
Homeຂ່າວພາຍ​ໃນທຳລາຍໃຫ້ໝົດ! ຄໍາມ່ວນຈູດຢາເສບຕິດທີ່ຍຶດມາໄດ້ຫຼາຍລາຍການ

ທຳລາຍໃຫ້ໝົດ! ຄໍາມ່ວນຈູດຢາເສບຕິດທີ່ຍຶດມາໄດ້ຫຼາຍລາຍການ

Published on

ພິທີຈູດທຳລາຍຢາເສບຕິດໄດ້ຈັດຂຶ້ນວັນທີ 11 ຕຸລາ 2024 ຢູ່ທີ່ສະໜາມກິລາ ແຂວງຄຳມ່ວນ, ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 23 ປີ (12 ຕຸລາ 2001 – 12 ຕຸລາ 2024) ສະເພາະຈໍານວນຢາເສບຕິດທີ່ໄດ້ນໍາມາທໍາລາຍໃນມື້ນີ້ ປະກອບມີ: ປະເພດຢາບ້າ 2,530,777 ເມັດ, ລວມນໍ້າໜັກ 557,229.49 ກຣາມ, ປະເພດຄັນຊາ 38 ເປົາ, ນໍ້າໜັກ 1,676 ກິໂລກຣາມ, ຢາໄອສ 02 ຖົງໃຫຍ່ ແລະ 04 ຖົງນ້ອຍ, ນໍ້າໜັກ 2,006.88 ກຣາມ ແລະ ປະເພດຢາເຄ ຈຳນວນ 01 ຖົງນ້ອຍ, ນໍ້າໜັກ 1.75 ກຣາມ.

May be an image of text

May be an image of 11 people and text

ໃນພິທີ ທ່ານ ພົຈວ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ກໍ່ໄດ້ຂຶ້ນຜ່ານບົດລາຍງານສະພາບການກ່ຽວກັບບັນຫາຢາເສບຕິດຢູ່ພາຍໃນແຂວງໃນໄລຍະ 01 ປີຜ່ານມາ ເຊິ່ງແຂວງຄຳມ່ວນ ແມ່ນໄດ້ເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ທັງໃຊ້ມາດຕະການທາງດ້ານກົດໝາຍ ກ່ຽວກັບບັນຫາຢາເສບຕິດທຸກປະເພດ ແຕ່ເບິ່ງລວມແລ້ວທ່າອ່ຽງການແຜ່ຂະຫຍາຍ ຂອງຢາເສບຕິດບາງປະເພດກໍຍັງໜ້າເປັນຫ່ວງ ໂດຍສະເພາະແມ່ນກຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ ເຊິ່ງໄດ້ສ້າງຜົນກະທົບຕໍ່ການດຳລົງຊີວິດ ກໍຄືປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ທັງເປັນການຝ່າຝືນຕໍ່ລະບຽບກົດໝາຍເຊັ່ນ: ຂີ້ລັກງັດແງະ, ກໍ່ອາລະວາດຕີກັນ, ຄາດຕະກຳ, ທຳລາຍຊັບສິນຂອງລັດ, ການຊີງຊັບພົນລະເມືອງ, ການມົ່ວສຸມໂສເພນີອື່ນໆ, ຍິ່ງຮ້າຍແຮງໄປກວ່ານັ້ນ ບັນຫາຢາເສບຕິດເປັນເງື່ອນໄຂໜຶ່ງທີ່ພວກສັດຕູອິດທິກຳລັງປໍລະປັກນຳໃຊ້ເປັນເຄື່ອງມື ໃນການເຄື່ອນໄຫວຕ້ານການປະຕິວັດ, ຢາເສບຕິດເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ.

ຂ່າວ: Khammouane News

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...