spot_img
Homeຂ່າວພາຍ​ໃນປະທານປະເທດລາວ-ປະທານາທິບໍດີ ສ.ເກົາຫຼີ ເຊັນສັນຍາ ຈຳນວນ 3 ສະບັບ

ປະທານປະເທດລາວ-ປະທານາທິບໍດີ ສ.ເກົາຫຼີ ເຊັນສັນຍາ ຈຳນວນ 3 ສະບັບ

Published on

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫຼີ ຄັ້ງທີ 25 ເພື່ອສະເຫຼີມສະຫຼອງ ຄົບຮອບ 35 ປີ ຂອງການພົວພັນ ອາຊຽນ-ສ ເກົາຫຼີ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ.

May be an image of 14 people and suit

ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ທີ່ໄດ້ ຮັບການພັດທະນາຂຶ້ນເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດສອງປະເທດ ເພື່ອດຶງດູດນັກລົງ ທຶນ ສ ເກົາຫຼີ ໃຫ້ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າຂອງລາວໄປຍັງຕະຫຼາດຂອງ ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ, ໂດຍສະເພາະ ໃນຂົງເຂດອຸດສາຫະກຳການຜະລິດ (manufacturing), ອຸດສາຫະກໍາຍານຍົນ (automobile), ເຄື່ອງໃຊ້ໄຟຟ້າ, ການຜະລິດ Semi-Conductor, ອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ແລະ ອື່ນໆ.

May be an image of 2 people and text

ພ້ອມນັ້ນ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານສິ່ງແວດລ້ອມພາຍໃຕ້ເປົ້າໝາຍການຫຼຸດຜ່ອນທາດອາຍເຮືອນແກ້ວ ເພື່ອຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະແດງຄວາມຂອບໃຈຕໍ່ໂຄງການສ້າງສວນອຸທິຍານດິຈິຕອນ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມອຸດສາຫະກໍາດີຈີຕອນ ແນໃສ່ດຶງດູດບັນດາບໍລິສັດເຕັກໂນໂລຊີຈາກຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ຫຼາຍຂຶ້ນ.

May be an image of 5 people and text

ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂະແໜງການບູລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາຂະແໜງສາທາລະນະສຸກ, ການເກັບກູ້ລະ ເບີດບໍ່ທັນແຕກ (UXO) ແລະ ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອດ້ານແຮງງານ ແລະ ອື່ນໆ. ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024, ໂຄງການສ້າງແຜນແມ່ບົດການພັດທະນາເຂດອ້ອມຮອບສະໜາມບິນສາກົນຫຼວງພະບາງ ແລະ ປະກອບສ່ວນຊ່ວຍເຫຼືອທາງດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ໂດຍສະເພາະປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.

May be an image of 5 people and text

ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສ ເກົາຫຼີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືສອງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.

May be an image of 4 people, the Oval Office and text

ພາຍຫຼັງສຳເລັດການພົບປະ, ຜູ້ນຳທັງສອງປະເທດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາ ຈຳນວນ 3 ສະບັບ ຄື:
1.) ສັນຍາວ່າດ້ວຍ ການຮ່ວມມື ກ່ຽວກັບການປ່ຽນແປງດິນຟ້າອາກາດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ, 2.) ສັນຍາຂອບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ເກົາຫຼີ ກ່ຽວກັບ ບັນດາໂຄງການຮ່ວມມືກັບ ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ຂອງ ສ ເກົາຫຼີ ໃນໄລຍະ 2024-2027, 3.) ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືດ້ານວຽກງານ ການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ, ເຊິ່ງເປັນການຈັດຕັ້ງປະຕິບັດມາດຕາ 6 ຂອງສົນທິສັນຍາປາຣີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ ເກົາຫຼີ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...