spot_img
Homeຂ່າວພາຍ​ໃນອາຊຽນ-ຍິ່ປຸ່ນ ທົບທວນຄືນການຮ່ວມມືຜ່ານມາ-ກໍານົດທິດທາງຕໍ່ໜ້າ

ອາຊຽນ-ຍິ່ປຸ່ນ ທົບທວນຄືນການຮ່ວມມືຜ່ານມາ-ກໍານົດທິດທາງຕໍ່ໜ້າ

Published on

ວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີແຫ່ງ ຍີ່ປຸ່ນ ເຂົ້າຮ່ວມ, ພ້ອມດ້ວຍນາຍົກລັດຖະມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

May be an image of 11 people and text

ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືທີ່ຜ່ານມາ ແລະ ໄດ້ກໍານົດທິດ ທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ເພື່ອຮັບປະກັນຜົນປະໂຫຍດລວມຂອງປະຊາຊົນໃນອາຊຽນ, ຍີ່ປຸ່ນ ແລະ ໃນໂລກ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ໃນຕະຫຼອດໄລຍະ 50 ປີຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນກໍຄື ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນໍາ ອາຊຽນ-ຍີ່ປຸ່ນ ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື.

May be an image of 5 people

ກອງປະຊຸມໄດ້ຊົມເຊີຍ ການປະກອບສ່ວນອັນສໍາຄັນຂອງຍີ່ປຸ່ນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຜ່ານກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ, ສອງຝ່າຍຍັງໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືດ້ານເສດຖະກິດ, ການຫັນປ່ຽນເປັນດິຈິຕອນ, ພະລັງງານ, ນະວັດຕະກໍາປັນຍາປະດິດ, ການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາແບບຍືນຍົງ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...