spot_img
Homeກອງປະຊຸມສຸດຍອດອາຊຽນນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

Published on

ໃນວັນທີ 6 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ຕ່າງໆ ເພື່ອກຽມຄວາມພ້ອມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນນັ້ນ, ໄດ້ລົງກວດກາສະຖານທີ່ຕ້ອນຮັບຄະນະຜູ້ແທນ ຢູ່ສະໜາມບິນສາກົນວັດໄຕ ແລະ ລົງກວດກາສະຖານທີ່ຈັດກອງປະຊຸມ ຢູ່ຫໍປະຊຸມແຫ່ງຊາດ ເພື່ອຊີ້ນໍາວຽກງານຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານຕາມການມອບໝາຍ, ເປັນເຈົ້າການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ເພື່ອຮັບປະກັນເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດຳເນີນໄປດ້ວຍຜົນສຳເລັດ.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ພະຍາກອນອາກາດປະຈໍາວັນທີ 07 ຕຸລາ 2024, ເວລາ 12:00 ໂມງ

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊື່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ເຂດພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນ ສ່ວນຕອນບ່າຍອາກາດຮ້ອນໂດຍສະເພາະຢູ່ແຂວງພາກກາງ ລົງຫາ ພາກໃຕ້ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ...

ມາຮອດເດືອນ 6 ປີ 2024 ທົ່ວປະເທດມີຜູ້ຕິດເຊື້ອເຮສໄອວີ ສະສົມ 21,665 ຄົນ

ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກຳມະການແຫ່ງຊາດຕ້ານເອດ ໃຫ້ຮູ້ໃນໂອກາດມີຄໍາເຫັນຕໍ່ກອງປະຊຸມການຕິດຕາມຂອງຄະນະກຳມະການແຫ່ງຊາດຕ້ານເອດ ໃນການຈັດຕັ້ງປະຕິບັດຂອງຄະນະກຳມະການຕ້ານເອດແຂວງ ສະຫວັນນະເຂດ ຈັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ຫ້ອງປະຊຸມພັດຕະຄານດາວຮຸ່ງ ວ່າ:...

WIG NAGA ຄວ້າແຊັມລາຍການ The Flying Sports Elite ທີ່ ສປ ຈີນ

ທີມຫຼານນ້ອຍເຍົາວະຊົນລາວ WIG NAGA ສ້າງຜົນງານໂດດເດັ່ນຄວ້າແຊັມລາຍການ The Flying Sports Elite ທີ່ ສປ ຈີນ ໃນລະຫວ່າງວັນທີ ລະຫວ່າງວັນທີ 1-7...

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີປະກາດພະນັກງານຮັບນະໂຍບາຍອຸດໜູນບຳນານ, ພ້ອມທັງແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 4 ຕຸລາ 2024...