spot_img
Homeຂ່າວພາຍ​ໃນເປີດແລ້ວງານຜະລິດຕະພັນລາວ 2024

ເປີດແລ້ວງານຜະລິດຕະພັນລາວ 2024

Published on

ງານຜະລິດຕະພັນລາວ 2024 ຫຼື Made in Laos 2024 ພາຍໃຕ້ຫົວຂໍ້: “ຊຸກຍູ້ຜັກດັນເສດຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ” ເປີດຂຶ້ນຢ່າງເປັນທາງການໃນວັນທີ 1 ຕຸລາ 2024, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ເຈົ້າແຂວງສະຫວັນນະເຂດ, ເຈົ້າແຂວງແຂວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະປະທານ, ຄະນະບໍລິຫານງານ, ຄະນະທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຜູ້ຕາງໜ້າຈາກພາກລັດ, ສະຖານທູດ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people

ທ່ານ ນາງ ຈັນທະຈອນ ວົງໄຊຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ)ໄດ້ໃຫ້ຮູ້ວ່າ: ຈຸດປະສົງຫຼັກຂອງການຈັດງານໃນຄັ້ງນີ້, ເປັນການສ້າງກິດຈະກຳໜຶ່ງຂອງພາກທຸລະກິດ ເພື່ອປະກອບສ່ວນໃນການສ້າງເວທີ ແລະ ເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ພ້ອມທັງເອື້ອອໍານວຍສົ່ງເສີມໃຫ້ແກ່ຜູ້ປະກອບການ ທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ.

May be an image of 7 people and text

ທ່ານຍັງໃຫ້ຮູ້ອີກວ່າ: ງານໃນຄັ້ງນີ້, ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມໝົດມີ 150 ບໍລິສັດ ຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ແລະ ມີທັງໝົດ 201 ຫ້ອງວາງສະແດງ. ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ ມາຈາກຫລາຍຂະແໜງການເຊັ່ນ: ຂະແໜງ ຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos (ຫ້ອງການ ສຄອຊ ເປັນຜູ້ອະນຸມັດໃຫ້ໃຊ້ກາໝາຍ Made in Lao).

May be an image of 5 people and text

ນອກນີ້, ຍັງມີຜະລິດຕະພັນ ຫັດຖະກຳແຜນແຜ່, ຜ້າຝ້າຍ, ຜ້າໄໝ; ຜະລິດຕະພັນເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ; ຜະລິດຕະພັນ ກະສິກຳ (ເຂົ້າ, ຊາ, ກາເຟ); ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ; ຜະລິດຕະພັນອຸດສາຫະກໍາໜັກ-ເບົາ; ຜະລິດຕະພັນ ຂົນສົ່ງ, ທະນາຄານ, ຄລີນິກ; ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ; ຜະລິດຕະພັນ ໜຶ່ງເມື່ອງ ໜຶ່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບຂອງ; ຜະລິດຕະພັນ ສິນຄ້າຂອງບັນປະເທດອາຊຽນ + ສປ ຈີນ. ລວມມູນຄ່າສິນຄ້າທີ່ນຳມາວາງສະແດງຫຼາຍກວ່າ 9 ຕື້ກວ່າກີບ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...