spot_img
Homeຂ່າວການຊ່ວຍເຫຼືອຊົມເຊີຍ! ກອງກຳລັງ ປກສ ແຂວງຫົວພັນ ຊ່ວຍປະຊາຊົນອະນາໄມພາຍຫຼັງນໍ້າຖ້ວມ

ຊົມເຊີຍ! ກອງກຳລັງ ປກສ ແຂວງຫົວພັນ ຊ່ວຍປະຊາຊົນອະນາໄມພາຍຫຼັງນໍ້າຖ້ວມ

Published on

ກຳລັງ ປກສ ແຂວງຫົວພັນ ໄດ້ລົງພື້ນທີ່ເຂົ້າຊ່ວຍເຫຼືອພໍ່-ແມ່ ປະຊາຊົນ ອະນາໄມບັນດາສະຖານທີ່ຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແຕ່ວັນທີ 22-29 ກັນຍາ 2024, ໂດຍໄດ້ນຳເອົາລົງດັບເພີງ ແລະ ກຳລັງ ຈຳນວນ 80 ກວ່າສະຫາຍ ຊ່ວຍລ້າງຫ້ອງການບັນດາພະແນກການ ໂຮງຮຽນ, ຕະຫຼາດ ແລະ ເຮືອນພໍ່-ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ພາຍໃນບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານນາລີວ, ບ້ານຊຳເໜືອ, ບ້ານມີສຸກ, ບ້ານນາທອງ, ບ້ານນາໜອງບົວ, ບ້ານນາ ວຽງ, ບ້ານນາສະກາງ, ບ້ານນາທົ່ງຈອງ, ບ້ານທາດເມືອງ ແລະ ບ້ານໂພໄຊ.

ແຂວງຫົວພັນ ເປັນອີກແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍສະເພາະແມ່ນຂອບເຂດຕົວເມືອງຊຳເໜືອ; ກຳລັງກອງບັນຊາການ ປກສ ແຂວງຫົວພັນ ໄດ້ປະຈໍາການ ແລະ ກຽມພ້ອມເຫດສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມແກ້ໄຂ ແລະ ກອບກູ້ໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນຢູ່ເຂດທີ່ຕົນຮັບຜິດຊອບ, ໂດຍເອົາໃຈໃສ່ຕິດຕາມ ກໍາແໜ້ນສະພາບຮອບດ້ານຢ່າງໃກ້ຊິດ ມີມາດຕະການ ວິທີການແກ້ໄຂຢ່າງລະອຽດ ຖ້າເຫດການເກີດຂຶ້ນຢູ່ຂອບເຂດຮັບຜິດຊອບ, ເປັນເຈົ້າການສົມທົບກັບແຕ່ລະພາກສ່ວນເພື່ອຕອບຕ້ານ ແລະ ກອບກູ້ຊ່ວຍເຫຼືອໃຫ້ທັນເວລາ. ໃນນີ້, ໄດ້ເພີ່ມທະວີຄວາມເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງປຸກລະດົມກໍາລັງເຂົ້າຮ່ວມເຮັດໜ້າທີ່ກຽມພ້ອມຊ່ວຍເຫຼືອ ແລະ ກອບກູ້ ຍົກຍ້າຍເອົາພາກສ່ວນທີ່ຖືກຜົນກະທົບໄປສູ່ເຂດປອດໄພ ແລະ ເອົາໃຈໃສ່ການປ້ອງກັນເວນຍາມໃຫ້ມີຄວາມປອດໄພ.

ປັດຈຸບັນກຳລັງ ປກສ ແຂວງຫົວພັນ ຍັງສືບຕໍ່ເຮັດໜ້າທີ່ລົງພື້ນທີ່ແຕ່ລະຈຸດ ຊ່ວຍເຫຼືອອະນາໄມສະຖານທີ່ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ. ນອກຈາກນັ້ນ, ຍັງມີບັດດາບໍລິສັດ ແລະ ຮ້າງຮ້ານ, ພະແນກການ ນິຕິບຸກຄົນ ໄດ້ໃຫ້ການຊຸກຍູ້ ອຸປະຖຳ ອາຫານ ແລະ ເຄື່ອງດື່ມ ຈຳນວນໜຶ່ງ ໃຫ້ແກ່ກຳລັງ ທີ່ລົງປະຕິບັດໜ້າທີ່.
ພາບ-ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...