spot_img
Homeຂ່າວຕ່າງປະເທດໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ທຣັມໄດ້ໃຫ້ສຳພາດໃນລາຍການ Full Measure ວ່າ: ຫາກຕົນບໍ່ປະສົບຄວາມສຳເລັດໃນການຊິງຕຳແໜ່ງປະທານາທິບໍດີສະຫະລັດ ໃນຄັ້ງທີ 3 ນີ້ອາດຈະເປັນຄັ້ງສຸດທ້າຍ ໂດຍບໍ່ຄິດວ່າຈະເກີດຂຶ້ນອີກ ແລະ ຫວັງຢ່າງຍິ່ງວ່າຈະປະສົບຜົນສຳເລັດ.

ໂດນັລ ທຣັມ ຕ້ອງປະເຊີນການແຂ່ງຂັນກັບ ນາງ ຄາມາລາ ແຣຣິສ ຮອງປະທານາທິບໍດີສະຫະລັດຈາກພັກເດໂມແຄຣຕ ໂດຍຜົນສຳລວດສະແດງໃຫ້ເຫັນວ່າ: ທັງ 2 ມີຄະແນນນິຍົມທີ່ສູສີໃນລັດທີ່ເປັນສ່ວນສຳຄັນ ທີ່ມີແນວໂນ້ມທີ່ຈະສາມາດຊີ້ຂາດວ່າໃຜເປັນຜູ້ຊະນະໄດ້ ເຊິ່ງໃນຕອນນີ້ແຣຣີສເລີ່ມມີຄະແນນນຳໃນຜົນສຳຫຼວດທົ່ວໄປຂອງປະເທດແລ້ວກໍຕາມ.

ທັງນີ້ ທຣັມ ເປີດຕົວການລົງສະມັກຊິງຕຳແໜ່ງໃນການເລືອກຕັ້ງປີ 2020 ເຊິ່ງເປັນມື້ດຽວກັນກັບທີ່ເຂົາເຂົ້າຮັບຕຳແໜ່ງໃນປີ 2017 ແລະ ປະກາດການລົງສະໝັກຊິງຕຳແນ່ງປະທານາທິບໍດີຄັ້ງຫຼ້າສຸດເມື່ອ 2 ປີກ່ອນໃນເດືອນພະຈິກ ປີ 2022.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...