spot_img
Homeຂ່າວພາຍ​ໃນການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

Published on

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ ຫຼີ ເຟີຍ ຮອງລັດຖະມົນຕີກະຊວງການຄ້າ (ປະທານຄະນະກໍາມະທິການຮ່ວມມືຈີນ-ລາວ).

May be an image of 4 people

ການພົບປະຄັ້ງນີ້, ສອງຝ່າຍໄດ້ຍົກບັນຫາການເສີມຂະຫຍາຍ ແລະ ຮ່ວມມືດ້ານເສດຖະກິດ, ອຸດສາຫະກໍາ ແລະ ການຄ້າລາວ-ຈີນ, ການສ້າງບົດບັນທຶກຄວາມເຂົ້າໃຈ (MOU), ວ່າດ້ວຍການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນສິນຄ້າກະສິກໍາລາວ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ກະຊວງການຄ້າ ສປ ຈີນ.

May be an image of 2 people

ທ່ານ ລັດຖະມົນຕີກະຊວງອຸດຫາຫະກໍາ ແລະ ການຄ້າລາວ ໄດ້ແລກປ່ຽນກັບຝ່າຍຈີນກ່ຽວກັບ ໂດຍໄດ້ສະເໜີວ່າ: ການປັບປຸງສັນຍາການຄ້າຊາຍແດນ ປີ 2016 ແລະ ສັນຍາການຄ້າ ການຄ້າສອງຝ່າຍປີ 1997, ການສ້າງສັນຍາສິນຄ້າຜ່ານແດນ Goods in Transit (ສະເໜີສ້າງໃໝ່) ເຊິ່ງປັດຈຸບັນສອງຝ່າຍແມ່ນໃຊ້ກົນໄກ Freedom of goods under the WTO commitment For Land Locke countires ແລະ ການຍົກລະດັບວິຊາການໃຫ້ແກ່ພະນັກງານໃນຫົວຂໍ້ ການ ຄຸ້ມຄອງສິນຄ້າ, ການບໍລິຫານຈັດການດ້ານໂລຈິດສຕິກ, ການ ຄຸ້ມຄອງການຄ້າຂາຍຊາຍແດນ, ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ແລະ ການປຸງແຕ່ງສິນຄ່າກະສິກໍາສົ່ງອອກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...