spot_img
Homeຂ່າວພາຍ​ໃນປກສ ແຂວງຊຽງຂວາງ ຈັບຕົວຜູ້ກໍ່ເຫດງັດແງະເຮືອນ-ລັກຊັບສິນ ໄປຫຼິ້ນເກມອອນລາຍ

ປກສ ແຂວງຊຽງຂວາງ ຈັບຕົວຜູ້ກໍ່ເຫດງັດແງະເຮືອນ-ລັກຊັບສິນ ໄປຫຼິ້ນເກມອອນລາຍ

Published on

ໃນວັນທີ 17 ກັນຍາ 2024 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ນໍາຕົວຜູ້ກໍ່ເຫດງັດເຮືອນຊອງປະຊາຊົນຈຳນວນ 2 ຫຼັງ ຢູ່ບ້ານລາດຮ້ວງ ເມືອງແປກ ແລະ ບ້ານພູວຽງ ເມືອງພູກູດ ແຂວງຊຽງຂວາງ ມາທົດສະກຳເຫດການຄືນ.

 

ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນກາງເດືອນທັນວາ 2023 ຜ່ານມາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍມາງັດແງະເຮືອນຂອງຕົນ ເພື່ອເຂົ້າໄປລັກເອົາວັດຖຸມີຄ່າ, ພາຍຫຼັງໄດ້ຮັບແຈ້ງຄວາມເຈົ້າໜ້າທີ່ໄດ້ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງ ແລະ ຕິດຕາມຫາເປົ້າໝາຍ, ຈົນມາຮອດວັນທີ 27 ມັງກອນ 2024 ສາມາດພົບເຫັນ ແລະກັກຕົວໄດ້ຄົນຮ້າຍໄດ້ 1 ຄົນ ຊື່ທ້າວ ຫັດສະດົງ ອາຍຸ ຊາວປີ ຢູ່ບ້ານພູວຽງເມືອງພູກູດ ແຂວງຊຽງຂວາງ.

ຜ່ານການສືບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວຮັບສາລະພາບໄດ້ລົງມືກໍ່ເຫດງັດເຮືອນ 2 ຫຼັງດັ່ງກ່າວແທ້, ເຊິ່ງໃນວັນທີ 1 ທັນວາ 2023 ທີ່ຜ່ານມາ ຕົນເອງໄດ້ຂີ່ລົດມຸ່ງໜ້າຈາກໂພນສະຫວັນ ໄປຍັງເມືອງພະໄຊ ເພື່ອຈະໄປຮັບເງິນນໍາພີ່ນ້ອງ, ພໍມາຮອດລາດຮ້ວງຈຶ່ງເຫັນເຮືອນຫຼັງ 1 ບໍ່ມີຄົນຢູ່ ຈຶ່ງປີນກຳແພງເຂົ້າໄປ ເພື່ອຊອກລັກຊັບສິນ ໂດຍໃຊ້ສຽມງັດເຂົ້າປະຕູປ່ອງຢ້ຽມ ແຕ່ເຂົ້າບໍ່ໄດ້, ຈຶ່ງງັດທາງຊ່ອງລົມ ແລ້ວເຂົ້າທາງຫ້ອງນໍ້າ, ເມື່ອເຂົ້າໄປໃນເຮືອນກໍພົບເຫັນຕູ້ເຊັບ ແລະ ໄດ້ເອົາສຽມ ແລະ ພ້າແຫຼມງັດ ພາຍໃນຕູ້ເຊັບ, ພົບເຫັນສາຍຄໍ 1 ເສັ້ນ ໜັກ 1 ບາດ, ຕຸ້ມຫູ 2 ຄູ່ ໜັກ 1 ບາດກັບ 2 ສະຫຼຶງ ພ້ອມໄດ້ຄົ້ນເອົາເງິນໃນຖົງພາຍໃນເຮືອນໄດ້ປະມານ 9 ລ້ານກວ່າກີບ ແລ້ວໄດ້ປີນອອກທາງກຳແພງໄປ.

ຫຼັງຈາກໄດ້ວັດຖຸມີຄ່າໄປແລ້ວກໍນໍາໄປຂາຍຢູ່ນະຄອນຫຼວງວຽງຈັນ ເພື່ອເອົາເງິນໄປຈ່າຍຫຼິ້ນກິນຟຸມເຟືອຍ ແລະ ຫຼິ້ນເກມອອນລາຍຈົນໝົດ, ພໍຈ່າຍເງິນໝົດຈຶ່ງໄດ້ກັບມາຊຽງຂວາງ ເພື່ອມາຊອກລັກຕໍ່, ວັນທີ 21 ທັນວາ 2023 ໄດ້ໄປປີນເຂົ້າກຳແພງເຮືອນອີກຫຼັງ 1 ໄດ້ໃຊ້ຂວານ ແລະ ພ້າອີໂຕ້ ງັດປະຕູເຂົ້າໄປຊອກຫາວັດຖຸ ແລ້ວຄົ້ນເອົາຊັບສິນພາຍໃນຫ້ອງນອນ ພົບເຫັນຄຳຮູບປະພັນຢູ່ໃນກ່ອງ 2 ກ່ອງ ລວມມີສາຍເເຂນຄຳ 1 ເສັ້ນ 2 ບາດ, ຕົນຈຶ່ງໄດ້ເກັບເອົາເຄື່ອງດັ່ງກ່າວ ແລ້ວປີນອອກຈາກກຳແພງໄປ.

ຫຼັງຈາກນັ້ນໄດ້ຂີ່ລົດຈັກເຂົ້າມາໂພນສະຫວັນ ມາຄິວລົດເມ ແລ້ວຂຶ້ນລົດເມມາຂາຍຄໍາຢູ່ນະຄອນຫຼວງວຽງຈັນ ພໍໄດ້ເງິນແລ້ວກໍເດີນທາງໄປບໍ່ແກ້ວ ແລະ ໄດ້ຫຼິ້ນເກມພະນັນອອນລາຍຈົນໝົດເງິນແລ້ວກັບມາຊຽງຂວາງ, ຈົນຮອດ 27 ມັງກອນ 2024 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ຊຽງຂວາງ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...