spot_img
Homeຂ່າວພາຍ​ໃນປກສ ແຂວງຄຳມ່ວນ ຈັບໂຈນຊາວໄທ ກໍ່ເຫດປຸ້ນຄຳ ທີ່ຕະຫຼາດສຸກສົມບູນ (ຫຼັກ3)

ປກສ ແຂວງຄຳມ່ວນ ຈັບໂຈນຊາວໄທ ກໍ່ເຫດປຸ້ນຄຳ ທີ່ຕະຫຼາດສຸກສົມບູນ (ຫຼັກ3)

Published on

ວັນທີ 06 ກັນຍາ 2024 ຜ່ານມາເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ໄດ້ນຳຕົວຜູ້ຖືກຫາຊື່ ທ້າວ ນັນທະພອນ ພຽນທຳດີ (ບອນ ຫຼື ຕີ) ອາຍຸ 36 ປີ ອາຊີບ ຄ້າຂາຍຢູ່ບ້ານ ທຸ່ງທອງ ເມືອງໜອງບົວ ແຂວງນະຄອນສະຫວັນ (ປະເທດໄທ) ມາເຮັດແຜນປະກອບຄຳຮັບສາລະພາບໃນຄະດີປຸ້ນຊັບ (ປຸ້ນຄຳ) ຢູ່ຮ້ານຂາຍຄຳ ຕະຫຼາດສຸກສົມບູນ (ຫຼັກ3) ເມືອງທ່າແຂກ ແຂວງຄຳມ່ວນ.

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ໄດ້ລາຍງານຮູ້ວ່າ: ເຫດການການປຸ້ນຄຳເກີດຂຶ້ນເມື່ອວັນທີ 1 ກັນຍາ 2024 ຜ່ານມາ ,ໂດຍມີຄົນຮ້າຍ 1 ຄົນ ໄດ້ຂັບຂີ່ລົດຈັກ ຍີ່ຫໍ້ ຮອນດາ ຮຸ່ນ ຟໍຊ່າ ສີຂາວ-ດຳ ບໍ່ຕິດປ້າຍທະບຽນ ແລ້ວໃສ່ໝວກກັນກະທົບສີດຳ (ປິດບັງໃບໜ້າ) ມາຈອດຢູ່ໜ້າຮ້ານ ໄດ້ມີການຈົກປືນສັ້ນ ສາກເອົາລູກປືນເຂົ້າລຳກ້ອງ ເຂົ້າມານາບຂູ່ຜູ້ເສຍຫາຍພ້ອມໄດ້ເວົ້າວ່າ ໃຫ້ເອົາຄຳອອກມາໃຫ້ໄວໆ ! ເຮັດໃຫ້ຜູ້ເສຍຫາຍຢ້ານກົວຈຶ່ງໄດ້ຈັບເອົາສາຍຄໍຄຳຢູ່ໃນຕູ້ສົ່ງໃຫ້ຄົນຮ້າຍ ຈຳນວນ 4 ເສັ້ນ ນໍ້າໜັກເສັ້ນລະ 2 ສະຫຼຶງ ລວມນ້ຳໜັກຈຳນວນ 2 ບາດ ຈາກນັ້ນຄົນຮ້າຍກໍ່ໄດ້ແລ່ນຂຶ້ນລົດຈັກ ແລະ ຂັບຂີ່ເອົາຕົວຫຼົບໜີ.

ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະໄດ້ຮີບຮ້ອນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນຫຼັກຖານໃນສະຖານທີ່ເກີດເຫດພ້ອມເອົາຄຳໃຫ້ການພະຍານບຸກຄົນ ແລະພາບຈາກກ້ອງວົງຈອນປິດຢູ່ສະຖານທີ່ເກີດເຫດ ແລະ ຕາມເສັ້ນທາງທີ່ຄົນຮ້າຍເອົາຕົວຫຼົບໜີ ພ້ອມທັງຂຶ້ນບັນຊີເປົ້າໝາຍຢ່າງຊັດເຈນ ແລະຈັດວາງກຳລັງຕິດຕາມຢ່າງໃກ້ຊິດ ຈຶ່ງສາມາດຮູ້ໄດ້ເປົ້າໝາຍ ຊື່ ທ້າວ ນັນທະພອນ ພຽນທຳດີ (ບອນ ຫຼື ຕີ) ອາຍຸ 36 ປີ ອາຊີບ ຄ້າຂາຍ ເຊື້ອຊາດໄທ ສັນຊາດ ໄທ ຕົກມາຮອດວັນທີ 4 ກໍລະກົດ 2024 ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ກໍ່ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເພື່ອເຂົ້າກັກຕົວເປົ້າໝາຍຢູ່ຮ້ານຄ້າແຫ່ງໜຶ່ງໃນນະຄອນໄກສອນ ແຂວງສະຫວັນນະເຂດ ພ້ອມທັງ ອາວຸດ ປືນສັ້ນ CZ ສີ ດຳ-ເທົາ ເລກລະຫັດ F249501 ພ້ອມລູກ ຈຳນວນ 28 ລູກ, ລົດຈັກ 1 ຄັນ ຍີ່ຫໍ້ ຮອນດາ ຮຸ່ນ ຟໍຊ່າ ສີຂາວ-ດຳ ບໍ່ຕິດປ້າຍທະບຽນ ທີ່ໃຊ້ກໍ່ເຫດມາດຳເນີຄະດີ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ຖືກຫາ ໄດ້ໃຫ້ການຮັບສາລະພາບວ່າໄດ້ລົງມືກະທຳ ໃນການກໍ່ເຫດໃຊ້ອາວຸດປືນ ປຸ້ນເອົາຄຳຈາກຜູ້ເສຍຫາຍແທ້ ພາຍຫຼັງໄດ້ສາຍຄໍຄຳແມ່ນເອົາໄປຂາຍໄດ້ເງິນຈຳນວນ 50,000 ບາດ ແລ້ວນຳໄປໃຊ້ຈ່າຍຫຼີ້ນກິນຟຸມເຟືອຍຈົນໝົດ.
ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ນຳຕົວຜູ້ກ່ຽວມາເຮັດແຜນປະກອບຄຳຮັບສາລະພາບເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ອົງການ Oxfam ຊຸກຍູ້ໃຫ້ມີການເຊື່ອມໂຍງເຂົ້າກັນໃນເວທີປາໄສອາຊຽນ

ທ່ານ ຈອນ ຊາມູເອນ (John Samuel) ຈາກອົງການ Oxfam ຊຸກຍູ້ໃຫ້ມີການເຊື່ອມໂຍງເຂົ້າກັນໃນເວທີປາໄສອາຊຽນ. ໃນເວທີປາໄສທຸລະກິດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ກັນຍາ ທີ່ຜ່ານມາ, ທ່ານ...

ພະຍາກອນອາກາດ ປະຈໍາວັນທີ 16 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ...

ຊີ້ແຈງແລ້ວ! ກໍລະນີນັກທ່ອງທ່ຽວ ຍາດກັນຂຶ້ນລົດໄຟຟ້າ ທີ່ຕາດກວາງຊີ

ໃນວັນທີ 15 ຕຸລາ 2024 ນີ້ ພະແນກ ຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມທີ່ເປັນຜູ້ຄຸ້ມຄອງ ບໍລິຫານສະຖານທີ່ທ່ອງທ່ຽວນໍ້າຕົກຕາດກາງຊີ ໄດ້ຈັດກອງປະ...

ກັກຕົວຊາຍ! ຂໍ້ຫາເສບ-ຂາຍ ພ້ອມຍຶດຢາບ້າ 48 ເມັດ-ຢາຝີ່ນ 2,5 ກິໂລ

ພາຍຫຼັງເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ເຮືອນຂອງ ທ້າວ ລີທອນ, ອາຍຸ 45 ປີ, ປະຊາຊົນຢູ່ບ້ານຫ້ວຍຫຼວງ, ເມືອງລອງ...