spot_img
Homeຂ່າວພາຍ​ໃນປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

Published on

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງເລຂາພັກແຂວງ, ບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ບັນດາສະຫາຍທີ່ມາຈາກສູນກາງ, ຫົວໜ້າພະແນການ, ອົງການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ສະຫາຍ ພູຂົງ ພິລາເພັດ ກໍາມະການຄະນະພັກ, ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 219/ຄລສພ, ລົງວັນທີ 29 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປະເດີມພອນ ສົນທະນີ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ແລະ ຮອງເລຂາ ຄະນະບໍລິຫານງານພັກ ແຂວງ ສາລະວັນ. ພ້ອມນັ້ນ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນກໍ່ໄດ້ ຜ່ານຂໍ້ຕົກລົງຂອງເຈົ້າແຂວງສາລະວັນ ສະບັບເລກທີ 867/ຈຂ. ລົງວັນທີ 10 ກັນຍາ 2024 ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ປະເດີມພອນ ສົນທະນີ ເປັນຮອງເຈົ້າແຂວງໆສາລະວັນ. ທັງນີ້ກໍ່ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ, ການບູລະນະບຸກຄະລາກອນໃຫ້ຄົບຖ້ວນ ຕາມມາດຖານເງື່ອນໄຂ ແລະຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານໄລຍະໃໝ່.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍ ຕໍ່ກັບພະນັກງານການນໍາທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ແລະ ຊີ້ນຳໃຫ້ສະຫາຍ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ການນໍາພາຍໃນແຂວງສາລະວັນເອົາໃຈໃສ່ຫຼາຍບັນຫາທີ່ສໍາຄັນຄື: ຕ້ອງອອກແຮງເສີມຂະຫຍາມູນເຊື້ອສາມັກຄີເປັນປຶກແຜ່ນພາຍໃນຄະນະພັກ, ເຮັດໃຫ້ຄະນະພັກກາຍເປັນໃຈກາງ ການຈັດຕັ້ງທີ່ມີຄວາມໜັກແໜ້ນເຂັ້ມແຂງ, ຕ້ອງເປັນແບບຢ່າງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຍົກສູງນໍ້າໃຈເສຍສະຫຼະ; ບຸກບືນຄົ້ນຄວ້າຮໍ່າຮຽນ ເພື່ອກຳແໜ້ນແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງອົງການປົກຄອງແຂວງ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງຄະນະພັກ, ທັງປຸກລະດົມ ແລະ ຮູ້ນຳໃຊ້ມາດຕະການອັນເຂັ້ມງວດ, ພ້ອມນັ້ນກໍຕ້ອງຮູ້ນຳໃຊ້ບັນດາທ່າແຮງທີ່ບົ່ມຊ້ອນບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ກົງຈັກການຈັດຕັ້ງ, ຊັບພະຍາກອນຂອງທ້ອງຖິ່ນ, ເພື່ອໃຫ້ແຂວງບັນລຸບັນດາເປົ້າໝາຍຂອງການພັດທະນາ, ຈາກນັ້ນສະຫາຍຍັງເນັ້ນໜັກໃຫ້ເອົາໃຈໃສ່ຢ່າງແຂງແຮງໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຖືເອົາການເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ເປັນໃຈກາງປະສານສົມທົບ ແລະ ພ້ອມກັນສືບຕໍ່ຄົ້ນຄວ້າ, ປຶກສາຫາລືກ່ຽວກັບບັນຫາທີ່ພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືຄວາມໝັ້ນຄົງ, ຄວາມສະຫງົບສຸກຂອງສັງຄົມ; ສືບຕໍ່ສຸມທຸກກໍາລັງແຮງສັງລວມ ຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ; ເພີ່ມທະວີການຊີ້ນໍາວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ບັນດາໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ; ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຜັນຂະຫຍາຍຫັນມາເປັນມະຕິ ແຜນງານໃຫ້ປະກົດເປັນຈິງ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...