spot_img
Homeຂ່າວພາຍ​ໃນພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

Published on

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຮອງປະທານ, ຄະນະກຳມະການ ແລະ ຄະນະກອງເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.

May be an image of 1 person, dais and text

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜຸ້ປະຈຳການ) ໄດ້ຂຶ້ນຜ່ານບົດລາຍງານການຄົ້ນຄວ້າ ການສະເໜີຂໍອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ, ການປ່ອຍຕົວ ແລະ ອະໄພຍະໂທດໃຫ້ແກ່ນັກໂທດປະຫານຊີວິດ ປະຈໍາປີ 2024. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ດ້ວຍຄວາມຮັບຜິດຊອບສູງຕໍ່ການປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກໍານົດໄວ້ ເພື່ອນຳສະເໜີຕໍ່ ປະທານປະເທດ ໃຫ້ການອະໄພຍະໂທດ ປະຈຳປີ 2024 ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ທີ 2 ທັນວາ ທີ່ຈະມາເຖິງນີ້.

May be an image of 1 person and text

ໃນວາລະກອງປະຊຸມອັນມີຄວາມໝາຍຄວາມສໍາຄັນນີ້ ພົນເອກ ວິໄລ ຫຼ້າຄໍາຟອງ ປະທານກອງປະຊຸມ ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຄະນະກຳມະການອະໄພຍະໂທດທຸກຂັ້ນ ຕະຫຼອດຮອດກອງເລຂາຄະນະກໍາມະການອະໄພຍະໂທດ ທີ່ໄດ້ມີຄວາມຮັບຜິດຊອບສູງ ໃນການປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ມີຕໍ່ນັກໂທດທີ່ມີຄວາມກ້າວໜ້າ.

No photo description available.

ນອກນີ້, ທ່ານຍັງໄດ້ເນັ້ນໜັກ ໃຫ້ຜູ້ແທນກອງປະຊຸມ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ບາງບັນຫາທີ່ສຳຄັນ ຄື: ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງ ກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດ ຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດຕົວດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...