spot_img
Homeຂ່າວພາຍ​ໃນແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

Published on

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ ເຈົ້າຄອງ ນະຄອນຫຼວງອາຊຽນ ລະຫວ່າງ ວັນທີ 16 – 20 ກັນຍາ 2024.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງ ບັນດາທ່ານຊາບວ່າ: ຫ້າມການສັນຈອນ ເສັ້ນທາງຊົ່ວຄາວ ສໍາລັບລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຂອງ ຄະນະຜູ້ແທນ ຂອງກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 16 – 20 ກັນຍາ 2024, ເວລາ 07:30 ໂມງ ຫາ 17:00 ໂມງ ເຊິ່ງປະກອບມີຄື: ( ຖະຫນົນເຈົ້າອານຸວົງ (ແຕ່ ສະຫນາມບິນສາກົນວັດໄຕ ຫາ ຫໍຄໍາ); ຖະຫນົນລ້ານຊ້າງ, ຖະຫນົນໄກສອນພົມວິຫານ (ແຕ່ ຫໍຄໍາ ຫາ ຫໍປະຊຸມແຫ່ງຊາດ ຫຼັກ 6); ຖະ ຫນົນສາມແສນໄທ; ຖະຫນົນຫນອງບອນ ແລະ ເສັ້ນທາງແຕ່ ໂຮງແຮມເມືອງແທ້ງ ຫາ ໄຟອໍານາດ ໂພນໄຊ. ເພື່ອເປັນການຮັບປະກັນ ໃຫ້ແກ່ການຈັດກອງປະຊຸມດັ່ງກ່າວ ໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ. ສໍາລັບຜູ້ທີ່ມີຈຸດປະສົງ ຈະນໍາໃຊ້ເສັ້ນທາງໃນຊ່ວງໄລຍະເວລາດັ່ງກ່າວ ແມ່ນໃຫ້ຫຼີກລ້ຽງໄປນໍາໃຊ້ເສັ້ນທາງອື່ນ ແລະ ໃຫ້ການຮ່ວມມື ໃນການປະຕິບັດຂອງເຈົ້າຫນ້າທີ່ ຕາມແຕ່ລະຈຸດຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງໄດ້ອອກແຈ້ງການສະບັບນີ້ ມາຍັງ ບັນດາທ່ານ ເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງ ປະຕິບັດດ້ວຍ. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ,

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...