spot_img
Homeຂ່າວການຢ້ຽມຢາມປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

Published on

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພຣາໂບໂວ ສຸບຽນໂຕ ວ່າທີ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ເພື່ອແນະນໍາຕົວກ່ອນການເຂົ້າຮ່ວມພິທີສາບານຕົນເປັນ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນເດືອນຕຸລາ 2024 ທີ່ຈະມາເຖິງນີ້, ທັງຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ມີມາແຕ່ດົນນານຫລາຍກວ່າ 6 ທົດສະວັດ, ລວມທັງການຮ່ວມມືເພື່ອການພັດທະນາໃນຂອບການຮ່ວມມືອາຊຽນ ກໍຄື ໃນພາກພື້ນ ແລະ ສາກົນ.

ທ່ານ ພຣາໂບໂວ ສຸບຽນໂຕ ພ້ອມດ້ວຍຄະນະ ເດີນທາງມາເຖິງສະພາແຫ່ງຊາດ, ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ນໍາພາຍ່າງຜ່ານແຖວກອງກຽດຕິຍົດໄປຍັງຫ້ອງຢ້ຽມຂໍ່ານັບ.
ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ພຣາໂບໂວ ສຸບຽນໂຕ ໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ທ່ານ ພຣາໂບໂວ ສຸບຽນໂຕ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນເດືອນກຸມພາ 2024 ຜ່ານມາ ເຊິ່ງຈະຮັບຕໍາແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນທີ 8 ໃນເດືອນຕຸລາ 2024 ນີ້, ທັງຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ແກ່ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຊົມເຊີຍ ວັນຊາດອິນໂດເນເຊຍ ຄົບຮອບ 79 ປິ (ໃນວັນທີ 17 ສິງຫາ 2024) ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງທ່ານ ປະທານາທິບໍດີ ໂຈໂກ ວິໂດໂດ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...