Homeຂ່າວທົ່ວໄປໃຫ້ຢຸດເຊົາການຜະລິດບັດປະຈໍາຕົວປະຊາຊົນລາວແບບເກົ່າ ( ບັດຂາວ )

ໃຫ້ຢຸດເຊົາການຜະລິດບັດປະຈໍາຕົວປະຊາຊົນລາວແບບເກົ່າ ( ບັດຂາວ )

Published on

ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈົດທະບຽນສໍາມະໂນຄົວ ອອກບັດປະຈໍາຕົວຂອງພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ສະບັບເລກທີ 2072/ປກສ ລົງວັນທີ 09 ຕຸລາ 2023.
ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ ຮັບຂາຍ ແລະ ຊ່ວຍຊີ້ນໍາຫ້ອງ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລາຍລະອຽດດັ່ງນີ້:

1. ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວ ປະເທດ ຢຸດເຊົາການຜະລິດບັດປະຈໍາຕົວປະຊາຊົນລາວແບບເກົ່າ ( ບັດຂາວ ).
2. ຖ້າຫາກກອງບັນຊາການ ປກສ ແຂວງ ຫຼຶ ກອງບັນຊາການ ປກສ ເມືອງ ຍັງບໍ່ຜະລິດບັດປະຈໍາຕົວແບບໃຫມ່ ແລະ ຍັງບໍ່ເປີດນໍາໃຊ້ລະບົບຖານຂໍ້ມູນແບບໃຫມ່ PIM ຕ້ອງໄດ້ຮັບຜິດຊອບຄ່າເຊົ່າສາຍສົ່ງສັນຍານອິນເຕີເນັດໃນແຕ່ ລະເດືອນຕາມມູນຄ່າເຊົ່າ ທີ່ກະຊວງປ້ອງກັນຄວາມສະຫງົບໄດ້ຊໍາລະຄ່າເຊົ່າໃຫ້ບໍລິສັດ.

3. ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ຊີ້ນໍາຫ້ອງຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສະຫຼຸບຂໍ້ມູນການຜະລິດບັດປະຈໍາຕົວແບບເກົ່າ ( ບັດຂາວ), ແລ້ວລາຍງານມາ ຍັງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍານົດເວລາສົ່ງບໍ່ໃຫ້ກາຍ ວັນທີ 31 ສິງຫາ 2024.

ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ຈຶ່ງແຈ້ງມາຍັງທ່ານ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ ເພື່ອຮັບຊາບ ແລະ ຈັດຕັ້ງ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...