spot_img
Homeຂ່າວພາຍ​ໃນໂຄງການຂົນສົ່ງຍືນຍົງໃນຕົວເມືອງ ນວ ຈະສຳເລັດທ້າຍປີ 2024

ໂຄງການຂົນສົ່ງຍືນຍົງໃນຕົວເມືອງ ນວ ຈະສຳເລັດທ້າຍປີ 2024

Published on

ໃນໂອກາດລາຍງານຕໍ່ກອງປະຊຸມຮັບຟັງການລາຍງານ ແລະເຜີຍແຜ່ຂໍ້ມູນຂ່າວສານໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນວ ໃຫ້ຮູ້ວ່າ: ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງມາຮອດປັດຈຸບັນກຳລັງດຳເນີນການປັບປຸງ, ສ້ອມແປງ, ກໍ່ສ້າງຫຼາຍໜ້າວຽກເປັນຕົ້ນຖະໜົນສຳລັບລົດເມດ່ວນ, ລົດຖີບ ແລະຄົນຍ່າງ, ອູ່ລົດເມ BRT, ສູນສ້ອມແປງ ແລະອື່ນໆປະຕິບັດໄດ້ແລ້ວ62% ແລະຈະໃຫ້ສຳເລັດໃນເດືອນທັນວາ 2024.

May be an image of 5 people, trolley and text

ທ່ານ ຄຳພັນ ວັນທະນາ ກ່າວອີກວ່າ: ຖະໜົນສຳລັບລົດເມດ່ວນ, ລົດຖີບ ແລະ ຄົນຍ່າງສະຖານີໃຫຍ່ ຫຼື Transit Mall ແມ່ນເຂດສະເພາະສຳລັບລົດເມດ່ວນ, ລົດຖີບ ແລະຄົນຍ່າງ ມີຄວາມຍາວປະມານ 600 ແມັດ ຢູ່ຕາມຖະໜົນເສດຖາທິລາດ ເລີ່ມຈາກຖະໜົນຂຸນບູລົມ ສີ່ແຍກໄຟແດງວັດອິນແປງຫານ້ຳພຸ.

May be an image of 1 person and dais

ການສ້າງຖະໜົນດັ່ງກ່າວໂດຍມີຈຸດປະສົງ ເພື່ອສົ່ງເສີມການຂີ່ລົດຖີບ ແລະການຍ່າງ, ປັບປຸງການເຂົ້າເຖິງຂົນສົ່ງສາທາລະນະເພື່ອໃຫ້ມີພື້ນທີ່ສໍາລັບຄົນຍ່າງຫຼາຍກວ່ານໍາໃຊ້ຍານພາຫະນະ, ຫຼຸດຜ່ອນມົນລະພິດໃນໃຈກາງຕົວເມືອງ. ໃນລະບົບການເກັບຄ່າໂດຍສານສາທາລະນະ, ລົດເມທຸກຄັນຕິດຕັ້ງອຸປະກອນກວດສອບລະບົບຈ່າຍຄ່າໂດຍສານ; ນໍາໃຊ້ບັດ smart card ຊຳລະຄ່າໂດຍສານ; ຜູ້ໂດຍສານຍັງສາມາດຈ່າຍເງິນຄ່າບໍລິການຜ່ານໂທລະສັບມືຖື ທີ່ມີການສົມທົບກັບລະບົບບັນຊີທະນາຄານ; ຜູ້ໂດຍສານທີ່ບໍ່ໃຊ້ໂທລະສັບມືຖື, ສາມາດຊື້ປີ້ລົດເມດ່ວນຢູ່ສະຖານີຫຼັກ ແລະຈຸດຂາຍປີ້ໂດຍສານໃດໜຶ່ງກໍໄດ້.

May be an image of 3 people

ປັດຈຸບັນ, ໄດ້ກະກຽມລົດເມໄຟຟ້າ BRT 82 ຄັນພ້ອມດ້ວຍບ່ອນສາກໝໍ້ໄຟແລະຈະມີການຝຶກອົບຮົມການບຳລຸງຮັກສາ, ການສ້ອມແປງ, ສະຖານີລ້າງ ແລະ ສິ່ງອຳນວຍຄວາມສະດວກອື່ນໆສຳລັບຄົນຂັບລົດ ແລະພະນັກງານ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...