spot_img
Homeຂ່າວການສຶກສາພິທີຕັດຫົວບົດສອບເສັງຄັດ ເລືອກເອົານັກຮຽນເຂົ້າສຶກສາຢູ່ ມຂ ປະຈຳສົກຮຽນ 2024-2025

ພິທີຕັດຫົວບົດສອບເສັງຄັດ ເລືອກເອົານັກຮຽນເຂົ້າສຶກສາຢູ່ ມຂ ປະຈຳສົກຮຽນ 2024-2025

Published on

ໃນວັນທີ 20 ສິງຫາ 2024 ຜ່ານມາ, ຫາວິທະຍາໄລສະຫວັນນະເຂດ ທີ່ວິທະຍາເຂດໜອງຜື ໄດ້ຈັດພິທີຕັດຫົວບົດສອບເສັງຄັດ ເລືອກເອົານັກຮຽນເຂົ້າສຶກສາຢູ່ ມະຫາວິທະຍາໄລສະຫວັນນະເຂດ ປະຈຳສົກຮຽນ 2024-2025 ໂດຍການເປັນປະທານຕັດຫົວບົດ ສອບເສັງໃນຄັ້ງນີ້ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ຮສ. ປອ ຄູນ ສັກບົວວົງ ອະທິການ ບໍດີມະຫາວິທະຍາໄລສະຫວັນນະເຂດ, ມີຜູ້ຕາງໜ້າຈາກສະຖາບັນ ການສຶກສາຊັ້ນສູງ, ພ້ອມດ້ວຍພະ ນັກງານຄູ-ອາຈານ ແລະ ນັກສອບເສັງເຂົ້າຮ່ວມ.

ໃນນີ້, ມະຫາວິທະຍາໄລສະຫວັນນະເຂດ ມີ 8 ຄະນະວິຊາ, ມີ 46 ຫຼັກສູດທີ່ເປີດການຮຽນ-ການສອນ, ລວມມີ 3 ຫຼັກສູດ ປະລິນຍາໂທ, 37 ຫຼັກສູດປະລິນຍາຕີປົກກະຕິ, 5 ຫຼັກສູດຕໍ່ເນື່ອງ ແລະ 1 ຫຼັກສູດນານາຊາດ, ຫຼັກສູດທັງໝົດແມ່ນຢູ່ພາຍໃຕ້ການ ຊີ້ນຳຂອງກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ. ສໍາລັບການສອບເສັງຄັດເລືອກ ເອົານັກສຶກສາເຂົ້າສຶກສາຕໍ່ທີ່ ມະຫາວິທະຍາໄລສະຫວັນນະເຂດ ໃນສົກປີ 2024 ຫາ 2025 ນີ້ ໄດ້ແບ່ງສູນສອບເສັງອອກເປັນ 3 ສູນໃຫຍ່ຄື: ສູນສອບເສັງມະຫາ ວິທະຍາໄລສະຫວັນນະເຂດ, ສູນສອບເສັງ ມປາຍ ທ່າແຂກ ແລະ ສູນສອບເສັງເຊໂປນ, ໂດຍມີການກຳນົດເອົາທັງ 3 ສູນການ ສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຕໍ່ແມ່ນວັນທີ 20 ສິງ ຫາ 2024 ແຕ່ວ່າໃນການປະຕິບັດ ຕົວຈິງແມ່ນສາມາດປະຕິບັດໄດ້ ແຕ່ສູນດຽວຄື ສູນມະຫາວິທະຍາໄລສະຫວັນນະເຂດ, ສ່ວນສູນອື່ນແມ່ນ ມີຈໍານວນນັກສອບໜ້ອຍ ວິທີແກ້ແມ່ນໄດ້ຈັດສອບແບບອອນລາຍແທນ.

ດ້ານຈໍານວນນັກຮຽນທີ່ສະໝັກສອບເສັງໃນແຕ່ລະສູນມີຈໍາ ນວນທັງໝົດ 329 ຄົນ ຍິງ 199 ຄົນ, ຖ້າປຽບທຽບກັບແຜນຮັບນັກ ສຶກສາປີນີ້ທີ່ກະຊວງອະນຸມັດຈໍາ ນວນ 1,500 ຄົນ, ກວມເອົາພຽງ 22% ແລະຈໍານວນນັກສອບເສັງ ແມ່ນຍັງມີໜ້ອຍເມື່ອປຽບທຽບ ກັບຈໍານວນນັກຮຽນ ມ7 ທີ່ມະຫາວິທະຍາໄລຮັບຜິດຊອບ 3 ແຂວງ ຄື: ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ທີ່ມີຈໍານວນນັກຮຽນທັງໝົດ 9,468 ຄົນ, ແຕ່ມີຜູ້ມາສອບເສັງເຂົ້າຮຽນຕໍ່ ທີ່ມະຫາວິທະຍາໄລສະຫວັນນະເຂດ ມີພຽງ 329 ຄົນ ສະເລ່ຍພຽງ ແຕ່ 3.4% ເທົ່ານັ້ນ.

ທີ່ມາ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...