spot_img
Homeຂ່າວພາຍ​ໃນການນຳນະຄອນຫຼວງວຽງຈັນ ລົງຕິດຕາມພື້ນທີ່ ເຂດສ່ຽງນໍ້າຖ້ວມຫຼາຍເມືອງໃນ ນວ

ການນຳນະຄອນຫຼວງວຽງຈັນ ລົງຕິດຕາມພື້ນທີ່ ເຂດສ່ຽງນໍ້າຖ້ວມຫຼາຍເມືອງໃນ ນວ

Published on

ຈາກສະພາບຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນເຮັດໃຫ້ນ້ຳຖ້ວມບ້ານເຮືອນທີ່ຢູອາໄສ ແລະ ພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ. ດັ່ງນັ້ນ, ດ້ວຍຄວາມເປັນຫ່ວງເປັນໃຍຈາກການນຳນະຄອນຫຼວງວຽງຈັນ (ນວ) ໃນວັນທີ 28-29 ສິງຫາ 2024 ນີ້, ການນຳນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ໃຫ້ທິດຊີ້ນຳໃນການປ້ອງກັນນໍ້າຖ້ວມເຂດທີ່ມີຄວາມສ່ຽງ ຢູ່ເມືອງປາກງື່ມ, ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ.

May be an image of body of water and tree

ໃນວັນທີ 28 ສິງຫາ, ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດ​ຕະບອງ ໄດ້ລາຍງານສະພາບນໍ້າຖ້ວມຢູ່ພາຍໃນເມືອງຊອງຕົນເຊິ່ງໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳໄຫລຊຸເຂົ້າຖ້ວມເຮືອນປະຊາຊົນ ເຂດບ້ານຕາດທອງ ຈຳນວນໜຶ່ງ ແລະ ຢູ່ບ້ານໜອງດາ ທັງໝົດ 7 ຈຸດ, ມີເຮືອນປະຊາຊົນ ທີ່ໄດ້ຮັບຜົນກະທົບປະມານ 44 ຫຼັງ ແລະ ພື້ນທີ່ທຳການຜະລິດກະສິກຳຈຳນວນໜຶ່ງຖືກນ້ຳຖ້ວມໜັກ, ເຊິ່ງຈຸດທີ່ຖ້ວມໜັກກວ່າໝູ່ແມ່ນຢູ່ບ້ານໜອງດາ ທີ່ໄດ້ເຝົ້າລະວັງເປັນພິເສດ.

May be an image of 4 people

ສ່ວນຢູ່ເມືອງຫາດຊາຍຟອງ, ທ່ານ ສຸລິນ ອິນທາ​ທິລາດ ຫົວໜ້າກະສິກໍາ​ປ່າ​ໄມ້​ເມືອງ​ ​ໃຫ້​ຮູ້​ໃນວັນທີ 29 ສິງຫາ ນີ້ວ່າ: ປັດຈຸບັນ, ໄດ້​ແຈ້ງ​ໃຫ້​​​ພໍ່​ແມ່​ປະຊາຊົນ​ທີ່ອາໄສຢູ່ນອກເຂດຄູກັນນໍ້າ ກຽມ​ພ້ອມ​ໃນ​ການ​ຍົກຍ້າຍ, ພ້ອມທັງເຝົ້າລະວັງທໍ່​ລະບາຍນໍ້າຫ້ວຍຕ່າງໆອອກນໍ້າຂອງ​ ເພື່ອ​ບໍ່ໃຫ້​ນໍ້າຂອງ​​ໄຫຼ​ເຂົ້າ​ສູ່​ຕົວເມືອງນະຄອນຫລວງວຽງຈັນ ໂດຍຈັດ​ກໍາລັງ​ທະຫານ​ປ້ອງ​ກັນເວັນຍາມຕະຫລອດ 24 ຊົ່ວໂມງ​. ຂະນະ​ດຽວກັນ​, ກໍໄດ້ຕິດຕັ້ງຈັກສູບ​ນໍ້າ ເພື່ອລະບາຍນໍ້າຕາມຫ້ວຍຕ່າງໆທີ່ມີຄວາມສ່ຽງ ເປັນ​ຕົ້ນ ຢູ່ຫ້ວຍໝາກ​ຮ​ຽວ, ຫ້ວຍເດື່ອ ແລະ ຫ້ວຍວາດ​ ເເພື່ອກຽມ ພ້ອມເຝົ້າ​ລະວັງ​ນໍ້າ​ຕະຫຼອດ​ເວລາ.

May be an image of body of water

ທ່ານ ສິລິລາດທົງສິນ ທອງເພັງ ໃນນາມຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນ ນວ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ ສົມທົບກັບຄະນະນຳບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອເກັບກໍາຂໍ້ມູນຜົນເສຍຫາຍລະອຽດ, ພ້ອມທັງໃຫ້ການຊ່ວຍເຫຼືອປະຊາຊົນໃນທຸກດ້ານ ໂດຍໃຫ້ທຸກພາກສ່ວນລະດົມກຳລັງມາຊ່ວຍເຫຼືອເຄື່ອນຍ້າຍເຄື່ອງຂອງ, ຊັບສິນ ແລະ ປະຊາຊົນອອກຈາກຈຸດນ້ຳຖ້ວມ ເພື່ອຍົກຍ້າຍໄປໄວ້ພື້ນທີ່ສູງ ແລະ ເຂດທີ່ປອດໄພ; ເລັ່ງສູບນ້ຳອອກໄປສູ່ນ້ຳຂອງໃຫ້ຫຼຸດລົງໂດຍໄວ.No photo description available.

ພ້ອມນີ້, ທ່ານ ຮອງ​ເຈົ້າຄອງ ນວ ພ້ອມຄະນະຍັງໄດ້ມອບເງິນຊ່ວຍເຫລືອນໍ້າຖ້ວມໃຫ້ແກ່ບ້ານ ໜອງດາ ຈຳນວນ 30 ລ້ານກີບ, ໃຫ້ເມືອງສີໂຄດຕະບອງ 100 ລ້ານກີບ , ເມືອງຫາດຊາຍຟອງ 30 ລ້ານກີບ, ເມືອງປາກງື່ມ 30 ລ້ານກີບ ແລະ ບ້ານໝາກຮຽວ 10 ລ້ານກີບ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...