spot_img
Homeຂ່າວຕ່າງປະເທດສະຫຼົດ! ຍິງຊາວອິນໂດເນເຊຍ ຖືກແຂ້ຍາວ 4 ແມັດລາກລົງໄປກິນຂະນະລົງອາບນ້ຳ

ສະຫຼົດ! ຍິງຊາວອິນໂດເນເຊຍ ຖືກແຂ້ຍາວ 4 ແມັດລາກລົງໄປກິນຂະນະລົງອາບນ້ຳ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ສິງຫາ 2024 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແລະ ຊາວບ້ານໃນພຶ້ນທີ່ໄດ້ເປີດເຜີຍເຖິງເຫດການສະຫຼົດ ເມື່ອຍິງຊາວອິນໂດເນເຊຍຊື່ວ່ານາງ ຮາລິມາ ຮາຫັກບໍອາຍຸ ອາຍຸ 54 ປີ ຖືກແຂ້ໃຫຍ່ທີ່ມີຄວາມຍາວ 4 ແມັດ ກັດຈົນເສຍຊີວິດ ຂະນະທີ່ເຫຍື່ອລົງໄປອາບນ້ຳໃນແມ່ນ້ຳທີ່ໝູ່ບ້ານວາລີ ເທິງເກາະມາລູກູ ປະເທດອິນໂດເນເຊຍ.

ຕາມການລາຍງານໄດ້ແຈ້ງວ່າ: ເຫຍື່ອລາຍດັ່ງກ່າວໄດ້ລົງໄປອາບນ້ຳ ຫຼັງຈາກການຫາຫອຍແລ້ວໃນວັນທີ 20 ສິງຫາ 2024 ຫຼັງຈາກນັ້ນກໍຫາຍຕົວໄປ ພີ່ນ້ອງ ແລະ ໝູ່ຄູ່ກໍໄດ້ເລີ່ມພາກັນອອກຕາມຫາແຕ່ກໍບໍ່ພົບ ຈົນຊາວບ້ານມາພົບເກີບ ແລະ ຊິ້ນສ່ວນສ່ວນມະນຸດຢູ່ໃນແມ່ນ້ຳຈຶ່ງໂທແຈ້ງເຈົ້າໜ້າທີ່ຕຳຫຼວດຄາດວ່າຖືກແຂ້ກິນ ທາງເຈົ້າໜ້າທີ່ ແລະ ຊາວບ້ານຈຶ່ງອອກຕາມຫາແຂ້ໂຕດັ່ງກ່າວຈົນພົບ ແລະ ໄດ້ຂ້າມັນທັນທີ ຫຼັງຈາກນັ້ນກໍໄດ້ຜ່າເບິ່ງທ້ອງຂອງມັນຈຶ່ງພົບຊິ້ນສ່ວນຂອງຍິງຄົນດັ່ງກ່າວ ຊາວບ້ານໄດ້ເລົ່າວ່າແຂ້ໂຕນີ້ມີຂະໜາດທີ່ໃຫຍ່ ແຕ່ບໍ່ມີໃຜສາມາດລະບຸໄດ້ວ່າເປັນສາຍພັນໃດ.

ທັງນີ້ປະເທດອິນໂດເນເຊຍ ເປັນປະເທດທີ່ມີສັດໃຫຍ່ເຊັ່ນ: ງູເຫຼືອມ, ແຂ້ ຈຶ່ງເກີດເຫດການການເສຍຊີວິດແບບນີ້ຂຶ້ນຫຼາຍ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...