spot_img
Homeຂ່າວນໍ້າຖ້ວມແຈ້ງເຕືອນສະຖານະການປະລິມານນໍ້າ ແລະ ລະດັບນໍ້າຂອງ ແມ່ນໍ້າຂອງເພີ່ມສູງຂຶ້ນ

ແຈ້ງເຕືອນສະຖານະການປະລິມານນໍ້າ ແລະ ລະດັບນໍ້າຂອງ ແມ່ນໍ້າຂອງເພີ່ມສູງຂຶ້ນ

Published on

ເຂື່ອນໄຟຟ້າແຂວງໄຊຍະບູລີແຈ້ງເຕືອນສະຖານະການປະລິມານນໍ້າ ແລະ ລະດັບນໍ້າຂອງ ແມ່ນໍ້າຂອງເພີ່ມສູງຂຶ້ນ.

1. ພາບລວມສະຖານະການ: ເກີດຝົນຕົກຫນັກຕໍ່ເນື່ອງໃນປະເທດລາວ ເລີ່ມຕັ້ງແຕ່ວັນທີ 11 ສິງຫາ ແລະ ມີການ ລະບາຍນໍ້າທີ່ເພີ່ມຂື້ນຈາກໂຮງໄຟຟ້າພະລັງນໍ້າທາງດ້ານເຫນືອນໍ້າ ສົ່ງຜົນໃຫ້ມີປະລິມານນໍ້າໄຫຼເຂົ້າສູ່ທີ່ໂຮງໄຟຟ້າ ໂດຍຢືນຢັນການກວດວັດແທກຈາກສະຖານີກວດວັດແທກລະດັບນໍ້າສຸພານຸວົງ ທີ່ຕັ້ງຢູ່ແຂວງຫຼວງພະບາງ.

2. ການແຈ້ງເຕືອນເຖິງຫມູ່ບ້ານທີ່ຢູ່ບໍລິເວນທ້າຍໂຮງໄຟຟ້າ: ບໍລິສັດ ຄາດວ່າລະດັບນໍ້າໃນແມ່ນໍ້າຂອງຈະເພີ່ມສູງຂຶ້ນອີກ ດັ່ງນັ້ນ ຂຸມຊົນທີ່ຢູ່ທ້າຍໂຮງໄຟຟ້າ ຄວນດໍາເນີນການຕຽມການຕາມແຜນຮັບສຸກເສີນ ກໍລະນີນໍ້ານອງ ຊື່ງຄາດວ່າ ຈະເລີ່ມຕັ້ງແຕ່ ວັນທີ 20 ສິງຫາ.

3. ການແຈ້ງເຕືອນເຖິງຫມູ່ບ້ານທີ່ບໍລິເວນເທີງໂຮງໄຟຟ້າ; ຊຸມຊົນທີ່ຕັ້ງຢູ່ບໍລິເວນເທິງໂຮງໄຟຟ້າ ໃຫ້ຕຽມພ້ອມຮັບມື ແລະ ດໍາເນີນການຕາມແຜນຮັບມືສຸກເສີນ ສໍາລັບການປ່ຽນແປງຂອງລະດັບນໍ້າໃນແມ່ນໍ້າຂອງ ທັງເພີ່ມຂຶ້ນ ແລະ ຫຼຸດລົງ ຊຶ່ງຄາດວ່າຈະເລີ່ມ ຕັ້ງແຕ່ ວັນທີ 20 – 23 ສິງຫາ.

4. ການປະກາດສະຖານະການສຸກເສີນກໍລະນີນໍ້ານອງ: ເພື່ອໃຫ້ເປັນໄປຕາມມາດຕະການຄວາມປອດໄພ ເພື່ອຮັກສາ ໂຄງສ້າງພື້ນຖານ ແລະ ຊຸມຊົນ ໂດຍອ້ອມຮອບໂຮງໄຟຟ້າເປັນສິ່ງສໍາຄັນສູງສຸດຂອງບໍລິສັດ. ດັ່ງນັ້ນ, ບໍລິສັດ ຈຶ່ງໄດ້ ດໍາເນີນການຕາມແຜນຮັບມືສຸກເສີນໃນສະຖານະການແຈ້ງເຕືອນ ລະດັບທີ 3 (ປະລິມານນໍ້າໄຫຼເຂົ້າ ແມ່ນຫຼາຍກ່ວາ 12,800 ແມັດກ້ອນຕໍ່ ວິນາທີ) ຕາມສະຖານະການໃນປະຈຸບັນ.

5, ການອັບເດດສະຖານະການ: ເນື່ອງຈາກສະຖານະການນີ້ມີຄວາມປ່ຽນແປງຕະຫຼອດເວລາ, ຊຸມຊົນ ແລະ ຜູ້ມີ ສ່ວນໄດ້ສ່ວນເສຍຄວນເຝົ້າລະວັງ ແລະ ຕຽມພ້ອມສໍາລັບການດໍາເນີນການຢ່າງວ່ອງໄວຕາມຄໍາແນະນໍາທີ່ອາດອອກມາໃນອະນາຄົດ.

6. ການເຝົ້າລະວັງ ແລະ ໃຫ້ຄໍາແນະນໍາ: ທິມງານຂອງບໍລິສັດ ກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ, ບໍລິສັດ ຂໍ ຮັບຮອງວ່າຈະໃຫ້ຂໍ້ມູນອັບເດດກັບທ່ານ ເມື່ອສະຖານະການມີຄວາມບໍ່ແນ່ນອນ ຫຼື ຫາກມີການປ່ຽນແປງ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...