spot_img
Homeຂ່າວພາຍ​ໃນRNS Academy ຟອມໂຫດ! ລົ້ມແຊ້ມເກົ່າ ເຂົ້າຮອບຊິງຊະນະເລີດສຳເລັດ

RNS Academy ຟອມໂຫດ! ລົ້ມແຊ້ມເກົ່າ ເຂົ້າຮອບຊິງຊະນະເລີດສຳເລັດ

Published on

ສະໂມສອນ ອາຣເອັນເອັສ ອາຄາເດມີ້ (RNS Academy) ທີມນ້ອງໃໝ່ໃນວົງການບານເຕະເຍົາວະຊົນລາວ ໂຊຟອມເດັ່ນລົງແຂ່ງ 6 ນັດຊະນະລວດ ຜ່ານເຂົ້າສູ່ຮອບຊິງໄດ້ສຳເລັດ ໃນລາຍການ PEACE CUP 2024 ທີ່ນະຄອນເຊິນຢາງ, ແຂວງຫລຽວໜິງ ສປ ຈີນ ລະຫວ່າງວັນທີ 12-18 ສິງຫາ 2024 ຊຶ່ງມີ 900 ທີມຈາກທົ່ວໂລກ ເຂົ້າຮ່ວມຊິງໄຊໃນການແຂ່ງຂັນລາຍການດັ່ງກ່າວ.

ຜົນງານຂອງທີມ RNS Academy ລົງສະໜາມ 5 ນັດ:
-ນັດທຳອິດ RNS Academy 24-0 Tianjin Rui Yun
-ນັດທີ 2: RNS Academy 3-1 Shenyang Dongzhan
-ນັດທີ 3: RNS Academy 3-0 Shenyang Longxin.
-ນັດທີ 4 ຮອບ 16 ທີມ: RNS Academy 3-0 Shenyang Xinye
-ນັດທີ 5 ຮອບ 8 ທີມ: RNS Academy 5-0 Yibu Sport
-ນັດທີ 6 ຮອບ 4 ທີມ: RNS Academy 3-1 Hunnan Liaoxiaohu (ແຊ້ມເກົ່າ ລາຍການ PEACE CUP ປີ 2023)

ສຳລັບນັດຊິງຊະນະເລີດແມ່ນຈະແຂ່ງຂັນໃນມື້ອື່ນ ວັນທີ 17/8/2024 ໃນເວລາ 03:40 ເວລາປະເທດລາວ.

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...