Homeຂ່າວກິລາສະໂມສອນ RNS ທີມນັກກີລາບານເຕະ ລຸ້ນອາຍຸ 11 ປີ ເຂົ້າຮ່ວມຂັນບານເຕະລາຍການ ສປ ຈີນ

ສະໂມສອນ RNS ທີມນັກກີລາບານເຕະ ລຸ້ນອາຍຸ 11 ປີ ເຂົ້າຮ່ວມຂັນບານເຕະລາຍການ ສປ ຈີນ

Published on

ສະໂມສອນ ອາຣເອັນເອັສ ອາຄາເດມີ້ (RNS Academy) ທີມນ້ອງໃໝ່ໃນວົງການບານເຕະເຍົາວະຊົນລາວ ໂຊຟອມເດັ່ນລົງແຂ່ງ 3 ນັດຊະນະລວດມີ 9 ແຕ້ມ ສາມາດຜ່ານເຂົ້າຮອບ 16 ທີມໄດ້ສຳເລັດ ໃນລາຍການ PEACE CUP 2024 ທີ່ນະຄອນເຊິນຢາງ, ແຂວງຫລຽວໜິງ ສປ ຈີນ ລະຫວ່າງວັນທີ 12-18 ສິງຫາ 2024 ຊຶ່ງມີ 900 ທີມຈາກທົ່ວໂລກ ເຂົ້າຮ່ວມຊິງໄຊໃນການແຂ່ງຂັນລາຍການດັ່ງກ່າວ.

ສຳລັບຜົນງານຂອງທີມ RNS Academy ລູກເຂົ້າໜຽວລາວໃນ 3 ນັດທີ່ຜ່ານມາ:
-ນັດທຳອິດ RNS Academy 24-0 Tianjin Rui Yun
-ນັດທີ 2: RNS Academy 3-1 Shenyang Dongzhan
-ນັດທີ 3: RNS Academy 3-0 Shenyang Longxin.

ສາມາດເກັບໄຊຊະນະໄດ້ທັງໝົດ 3 ນັດມີ 9 ແຕ້ມຜ່ານເຂົ້າຮອບ 16 ທີມສຸດທ້າຍ ຊຶ່ງຈະທຳການແຂ່ງຂັນໃນວັນທີ 14 ສິງຫາ 2024 ເວລາ 15:20 ນາທີ ຕາມເວລາປະເທດລາວ.

ຂໍ້ມູນຈາກ: RNS Academy

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...