spot_img
Homeຂ່າວພາຍ​ໃນກອງທຶນຄວບຄຸມ, ສະກັດກັ້ນ-ຕ້ານຢາເສບຕິດ ນວ ມອບເງິນ 600 ລ້ານກວ່າກີບ ເຂົ້າກອງທຶນສູນກາງ

ກອງທຶນຄວບຄຸມ, ສະກັດກັ້ນ-ຕ້ານຢາເສບຕິດ ນວ ມອບເງິນ 600 ລ້ານກວ່າກີບ ເຂົ້າກອງທຶນສູນກາງ

Published on

ໃນວັນທີ 13 ສິງຫາ 2024, ຢູ່ທີ່ ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ມອບສ່ວນແບ່ງ 10% (ສິບເປີເຊັນ) ລວມເປັນເງິນ 664,365,859 ກີບ ເຂົ້າກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນສູນກາງ; ເປັນກຽດກ່າວມອບໂດຍ ພົຈວ ປອ. ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ທັງເປັນຮອງປະທານສະພາບໍລິຫານກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ; ຕາງໜ້າກ່າວຮັບ ພັອ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຄະນະຊີ້ນໍາສະພາບໍລິຫານກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນສູນກາງ; ມີບັນດາຄະນະກອງທຶນ, ກອງເລຂາຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫ່ຼງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 16 people and text

ໂອກາດດຽວກັນນີ້, ພົຈວ ປອ. ບົວພັນ ຟອງມະນີ ກ່າວວ່າ: ກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບອະນຸມັດສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງ ສະບັບເລກທີ0525/ຈນວ, ລົງວັນທີ 02 ມິຖຸນາ 2015 ແລະ ໄດ້ມີການລະດົມທຶນຈາກສັງຄົມ ແລະ ການຂາຍຊັບສິນຂອງລັດ ເພື່ອນໍາເຂົ້າກອງທຶນໃນການສະໜອງໃຫ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ.

May be an image of 16 people

ຕົ້ນປີ 2017 ໄດ້ມີການມອບໂອນວຽກກວດກາ ແລະ ຄວບຄຸມຢາເສບຕິດ ມາຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບ ກໍຄືຫ້ອງຕຳຫຼວດ, ມາຮອດປີ 2020 ໄດ້ມີການປັບປຸງຄະນະກອງທຶນຕາມທິດຊີ້ນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງເຄື່ອນໄຫວປະສານສົມທົບຕາມພາລະບົດບາດ ສິດ-ໜ້າທີ່ ປີ 2021 ໄດ້ເປີດບັນຊີເງິນກອງທຶນ ຢູ່ຄັງເງິນແຫ່ງຊາດປະຈຳ ນະຄອນຫຼວງວຽງຈັນ ຕາມການຕົກລົງ ແລະ ໄດ້ເຄື່ອນໄຫວນັບແຕ່ 2021 ເປັນຕົ້ນມາ.

ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວຂອງສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ນັບແຕ່ປີ 2021 ຫາ 2023 ໄດ້ມີຍອດເງິນເຂົ້າໃນບັນຊີຕົວຈິງ ທີ່ເຫຼືອຈາກການຫັກ 30% ເຂົ້າງົບປະມານຂອງ ລັດ, ແລ້ວ ຍັງເຫຼືອ 70% ທີ່ຂະແໜງຄຸ້ມຄອງຊັບສິນຂອງລັດ ໄດ້ໂອນເຂົ້າໃນບັນຊີຢູ່ຄັງເງິນແຫ່ງຊາດປະຈຳ ນະຄອນຫຼວງວຽງຈັນ ມີຈໍານວນ 6,643,658,590 ກີບ (ຫົກຕື້, ຫົກຮ້ອຍສີ່ສິບສາມລ້ານ, ຫົກແສນຫ້າສິບແປດພັນ ຫ້າຮ້ອຍເກົ້າສິບ ກີບ) ແລະ ແບ່ງ 10% ມອບໃຫ້ກອງທຶນ ຂັ້ນສູນກາງ ເປັນຈໍານວນ 664,365,859 ກີບ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...