spot_img
Homeຂ່າວພາຍ​ໃນລາວ ຈະສົ່ງນັກກິລາແລ່ນລານ ຮ່ວມແຂ່ງຂັນພາຣາລິມປິກເກມ ທີ່ປະເທດຝຣັ່ງ

ລາວ ຈະສົ່ງນັກກິລາແລ່ນລານ ຮ່ວມແຂ່ງຂັນພາຣາລິມປິກເກມ ທີ່ປະເທດຝຣັ່ງ

Published on

ສປປ ລາວ ຈະສົ່ງ ທ້າວ ແກ່ນ ເທບທິດາ ນັກກິລາ ແລ່ນ-ລານ ປະເພດເຕັ້ນຍາວຊາຍ ທີ່ຜ່ານການຄັດເລືອກລະດັບສາກົນ ໜຶ່ງດຽວຄວາມຫວັງຂອງທັບນັກກິລາຄົນພິການລາວ ເຂົ້າຮ່ວມງານແຂ່ງຂັນກິລາພາຣາລິມປິກເກມ ຄັ້ງທີ 17 ທີ່ປະເທດຝຣັ່ງ, ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 8 ກັນຍາ 2024 ນີ້.

No photo description available.

ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນ ໃນວັນທີ 6 ສິງຫາ ຜ່ານມາ ໂດຍທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ໃຫ້ສຳພາດວ່າ: ໃນການກະກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກເກມ ຄັ້ງທີ 17 ທີ່ນະຄອນຫຼວງ ປາຣີ, ປະເທດຝຣັ່ງ.

May be an image of 3 people and text

ທາງ ຄພລ ພວກເຮົາໄດ້ມີການຂຶ້ນແຜນ ແລະ ຫ້າງຫາກະກຽມຄວາມພ້ອມວຽກຕ່າງໆ, ໂດຍສະເພາະໄດ້ສຳເລັດການລົງທະບຽນຈຳນວນຄະນະນຳ, ຄູຝຶກ ແລະ ນັກກິລາ ແລະ ຖືກຮັບຮອງຜົນການລົງທະບຽນ ເປັນທາງການ ໂດຍມີຄູຝຶກ 1 ຄົນ ແລະ ນັກກິລາກິລາແລ່ນ-ລານຄົນພິການ 1 ຄົນ. ເຊິ່ງຈະໄດ້ອອກເດີນທາງ ວັນທີ 24 ສິງຫາ 2024, ເພື່ອເຂົ້າຮ່ວມແຂ່ງຂັນ ໃນທີ 9 ກັນຍາ 2024.

No photo description available.

ທ້າວ ແກ່ນ ເທບທິດາ ກໍໃຫ້ສຳພາດວ່າ: ໃນການເຂົ້າຮ່ວມງານຄັ້ງນີ້ ແມ່ນໄດ້ຮັບໂຄຕ້າ ແລະ ຖືກຮັບຮອງຈາກສາກົນ ໃຫ້ໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການເຕັ້ນຍາວ ແລະ ໄດ້ຮັບການຝຶກຊ້ອມຈາກທ່ານ ຮາເນະ ຮີໂຣະຢູກິ ຄູຝຶກຊາວຍີ່ປຸ່ນ, ໂດຍລວມແລ້ວ ທັງສະພາບຮ່າງກາຍ ແລະ ຈິດໃຈມີຄວາມພ້ອມເກືອບຮ້ອຍເປີເຊັນແລ້ວ ຊຶ່ງໄດ້ມີການເກັບຕົວຝຶກຊ້ອມຢ່າງຕໍ່ເນື່ອງຫຼັງຈາກໄດ້ເຂົ້າຮ່ວມແຂ່ງຂັນຊີງແຊ໋ມໂລກມາແຕ່ເດືອນມິຖຸນາ ຜ່ານມາ ຍັງເຫຼືອພຽງແຕ່ໄປປັບສະພາບອາກາດຢູ່ທີ່ປະເທດຝຣັ່ງ.

May be an image of 2 people and text

ງານດັ່ງກ່າວ ເປັນສິ່ງທ້າທ່າຍຫຼາຍ ເພາະເຮົາເຄີຍຝຶກຊ້ອມແລ່ນ ໄລຍະ 100 ແມັດຊາຍມາແຕ່ປີ 2015 ແລະ ກໍໄດ້ຝຶກຊ້ອມເຕັ້ນຍາວມາແດ່, ແຕ່ຍ້ອນເກີດອຸບັດເຫດຂໍ່ຕີນພີກກໍໄດ້ເຊົ່າ ແລະ ກໍໄດ້ກັບມາ ຝຶກຊ້ອມອີກຄັ້ງໜຶ່ງໃນປີ 2023 ໃນງານກິລາອາຊຽນພາຣາເກມ ແລະ ກໍມີຜົນງານຍາດໄດ້ຫຼຽນທອງ, ຫາກທຽບໃສ່ສະຖິຕິໂລກ ທີ່ນັກກິລາຂອງປະເທດຄິວບາ ເຮັດໄດ້ 7,41 ແມັດແຕ່ປີ 2012.

No photo description available.

ແຕ່ຂອງນ້ອງເຮັດໄດ້ປັດຈຸບັນ 6,06 ແມັດ, ແຕ່ສະຖິຕິຕົວຈິງຂອງຄູ່ແຂ່ງຂັນໃນລາຍການນີ້ ກໍບໍ່ແຕກຕ່າງກັນຫຼາຍ, ສະນັ້ນ, ກໍພໍມີໂອກາດ ສຳລັບນ້ອງແລ້ວເຮັດເພື່ອຜົນງານໃຫ້ແກ່ປະເທດຊາດ ຈະສຸມທຸກຄວາມສາມາດ, ເພື່ອຍາດໃຫ້ໄດ້ໄຊຊະນະໃຫ້ປະຊາຊົນລາວໄດ້ພາກພູມໃຈ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ, ໜັງສືພິມສຶກສາ ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...