spot_img
Homeຂ່າວພາຍ​ໃນຮື້ຖອນປ້າຍໂຄສະນາບໍ່ຖືກຕ້ອງ ຕາມເສັ້ນທາງໄກສອນພົມວິຫານ

ຮື້ຖອນປ້າຍໂຄສະນາບໍ່ຖືກຕ້ອງ ຕາມເສັ້ນທາງໄກສອນພົມວິຫານ

Published on

ເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ຮ່ວມກັບຄະນະຈັດສັນນະຄອນຫຼວງ ແລະ ເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ອຸດສະຫະກໍາການຄ້າ, ຊັບສິນ, ຖະແຫຼງຂ່າວ ວັດທະນະທາ ແລະ ທ່ອງທ່ຽວ, ເຈົ້າໜ້າທີ່ກຸ່ມ, ໄຟຟ້າ ແລະ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ນໍາໂດຍ ທ່ານ ປອ. ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະລົງເຄື່ອນໄຫວການຮື້ຖອນ ເທີບ-ເຫງີບ ແລະ ປ້າຍໂຄສະນາຕ່າງໆ ຢູ່ເສັ້ນຖະໜົນໄກສອນ ພົມວິຫານ ນັບແຕ່ 4 ແຍກໄຟອໍານາດບ້ານໂພນສະອາດ ຫາ ເຂດວົງວຽນດອນໜູນ.

May be an image of 2 people and text

ທ່ານ ທ່ານ ປອ. ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂນສົ່ງນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ການລົງເຄື່ອນໄຫວ ຕັດປ້າຍ, ຍົກຍ້າຍປ້າຍ, ຮື້ຖອນປ້າຍ ແລະ ເທີບ-ເຫງີບໃນຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງວ່າ: ດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງໃຫ້ມີຄວາມສວຍງາມ.

May be an image of text

ທັງອີງຕາມການແຈ້ງການ ວ່າດ້ວຍການຈັດຕັ້ງ ແລະ ມາດຕະການວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ພ້ອມທັງກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆທົ່ວສປປ ລາວ. ໃນນີ້ເທີບ-ເຫງີບ ມີຈໍານວນ 97 ລາຍການ ແລະ ປ້າຍໂຄສະນາຕ່າງໆ ມີຈໍານວນ 204 ປ້າຍ, ເຊິ່ງສ່ວນໃຫຍ່ແມ່ນບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.

May be an image of 4 people and text

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບແຜນ ຫຼື ເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານຮື້ຖອນເທີບ-ເຫງີບ ແລະ ປ້າຍໂຄສະນາຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໂດຍເເນໃສ່ 9 ເມືອງຂອງນະຄອນຫຼວງວຽງຈັນ, ເຊິ່ງໄລຍະທໍາອິດແມ່ນໄດ້ເລີ່ມເຄື່ອນໄຫວຮື້ຖອນໃນຂອບເຂດ 7 ຕົວເມືອງໃນ ຄື : ເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ, ສີສັດຕະນາກ, ໄຊທານີ ແລະ ເມືອງຫາຍຊາຍຟອງຄາດວ່າ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ບຸນຍັງ ພຸດສະຫວັດ, ກະຕ່າຍ ມາກໂນຊາ , ວສລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...