spot_img
Homeຂ່າວພາຍ​ໃນມອບໃບຢັ້ງຢືນ ນັກຂັບລົດໄຟຄົນລາວ ຊຸດທຳອິດ 14 ຄົນ

ມອບໃບຢັ້ງຢືນ ນັກຂັບລົດໄຟຄົນລາວ ຊຸດທຳອິດ 14 ຄົນ

Published on

ໃນຕອນບ່າຍຂອງວັນທີ 5 ສິງຫາ 2024 ນີ້, ທາງລົດໄຟລາວ-ຈີນໄດ້ຈັດພິທີມອບຮັບໃບຢັ້ງຢືນນັກຂັບລົດໄຟ ແລະ ນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມອນໄຊ ລາວມົວຊົງ, ປະທານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ໄຊສົງຄາມ ມະໂນທັມ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງໄຊສັກ ອິນຖາລາດ, ຮອງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຼິວ ຫົງ, ຜູ້ອຳນວຍການບໍລິສັດ ທາງລົດໄຟລາວ-ຈີນ ແລະ ພ້ອມດ້ວຍບັນດາແຂກການນຳທີ່ເຂົ້າຮ່ວມ.

May be an image of 1 person and text

ທ່ານ ໄຊສົງຄາມ ມະໂນທັມ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນັກຂັບລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດທັງ 14 ຄົນ., ທ່ານໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສໍາເລັດຂອງພະນັກງານຂັບລົດໄຟວ່າ: “ ນີ້ແມ່ນຖືເປັນເຫດການສໍາຄັນຂອງປະຫວັດສາດແຫ່ງການພັດທະນາການຄົມມະນາຄົມຂອງ ສປປ ລາວ, ແມ່ນສັນຍາລັກຂອງໝາກຜົນຄວາມສຳເລັດທີ່ຍິ່ງໃຫຍ່ຮ່ວມກັນຂອງສອງຊາດລາວ-ຈີນ ໃນການຝຶກຝົນຫລໍ່ຫຼອມພະນັກງານທາງລົດໄຟທີ່ມີຄວາມອາດສາມາດຂອງປະເທດລາວເຮົາ.”

May be an image of 1 person, train and text

ເພື່ອຮັບປະກັນໃຫ້ວຽກງານຂອງທາງລົດໄຟລາວ-ຈີນມີຄຸນນະພາບສູງ, ໃນເດືອນມິຖຸນາປີ 2020, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຮັບສະໝັກພະນັກງານຂັບລົດໄຟຄົນລາວຊຸດທຳອິດ, ພາຍຫຼັງທີ່ຜ່ານການການຮຽນຫຼັກສູດທິດສະດີ, ເຂົ້າຮ່ວມຝຶກອົບຮົມ, ຜ່ານການນຳພາຝຶກຂອງອາຈານຈາກ ສປ ຈີນ, ຜ່ານການຝຶກຝົນວຽກງານຕໍາແໜ່ງຂອງຕົນເອງ.

May be an image of train, railroad and text

ມາຮອດເດືອນມິຖຸນາ 2022 ໄດ້ຮັບການຄັດເລືອກເປັນຈຳນວນ 66 ຄົນ ໃນການເປັນຮອງຜູ້ຂັບລົດໄຟ ແລະ ໃນທ້າຍປີ 2023 ມີຈຳນວນ 30 ຄົນໄດ້ຜ່ານການຄັດເລືອກຮ່ວມຂັບລົດໄຟເປັນໄລຍະທາງຫຼາຍ ກ່ວາ 100,000 ກິໂລແມັດ. ພາຍໃຕ້ຜົນງານຂອງເຂົາເຈົ້າທີ່ປະຕິບັດມາຢ່າງຕໍ່ເນື່ອງ, ຈິ່ງສໍາເລັດການຄັດເລືອກເອົາຜູ້ຂັບລົດໄຟດີເດັ່ນຈໍານວນ 14 ຄົນ (ຜູ້ຂັບລົດໄຟທີ່ໃຊ້ໄຟຟ້າ ຈໍານວນ 12 ຄົນ ແລະ ຜູ້ຂັບລົດໄຟທີ່ໃຊ້ຈັກກາຊວນຈໍານວນ 2 ຄົນ)

May be an image of 15 people, dais and text

ປະຈຸບັນ, ຜູ້ຂັບລົດໄຟທັງ 14 ຄົນລ້ວນແຕ່ຜ່ານການກວດສອບຄຸນນະວຸດທິການຂັບລົດໄຟ ແລະ ໄດ້ຜ່ານການຄັດເລືອກເພື່ອຮັບໃບຢັ້ງຢືນນັກຂັບລົດໄຟທີ່ອອກໃຫ້ໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...