spot_img
Homeຂ່າວພາຍ​ໃນໄວ້ອາໄລເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ

ໄວ້ອາໄລເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ

Published on

ໃນຕອນບ່າຍວັນທີ 25 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສປປ ລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາ ໄລ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ນະຄອນ ຫຼວງຮາໂນ້ຍ ສສ ຫວຽດນາມ.

May be an image of 9 people

ຄະນະເດີນທາງມາເຖິງສະຖານທີ່ຈັດງານຊາປະນະກິດລະດັບຊາດ ເລກທີ 5 ເຈິນ ແທັ່ງຕົງ ກໍໄດ້ຖືກ ຕ້ອນຮັບຈາກຄະນະຈັດຕັ້ງພິທີຊາປະນະກິດ ເພື່ອນຳພາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະເຂົ້າສູ່ພິທີວາງພວງມາລາ ໂດຍມີທະຫານກອງກຽດຕິຍົດກອງທັບປະຊາຊົນຫວຽດນາມນຳໜ້າຂະບວນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຈູດທູບສະແດງຄວາມເຄົາລົບ ແລ້ວເຂົ້າສູ່ພິທີໄວ້ ອາໄລຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ.

May be an image of 14 people and text

ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ນຳພາຄະນະຢ່າງອ້ອມເມມ ແລ້ວຢ່າງໄປທັກທາຍເພື່ອສະແດງຄວາມເສຍໃຈ ກັບຄອບຄົວຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ ແລະ ໃນໂອກາດອັນໂສກເສົ້າເສຍດາຍນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ແກ່ ພັກ, ລັດຖະບານ, ສະພາແຫ່ງຊາດ, ອົງການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າ ຂຽນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ.

ຂ່າວ: ປະເທດລາວ, ຄຕພ
ພາບ: ຕຸໄລເພັດ ພິມເມືອງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...