spot_img
Homeຂ່າວພາຍ​ໃນໂຄງການຊ່ວຍເຫຼືອສ້າງສະຖານີນໍ້າດິບ ໄລຍະທີ 1 ຢູ່ເມືອງໄຊພູທອງ

ໂຄງການຊ່ວຍເຫຼືອສ້າງສະຖານີນໍ້າດິບ ໄລຍະທີ 1 ຢູ່ເມືອງໄຊພູທອງ

Published on

ທ່ານນາງ ດາວວວອນ ໄຊສຸລຽນ ເຈົ້າເມືອງໆໄຊພູທອງ ໄດ້ລາຍງານໃນໂອກາດການຢ້ຽມຢາມ ແລະ ຕິດຕາມວຽກງານໂຄງການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ ຂອງ ທ່ານ ບາໂກເດຍ ບູຄານອບ (Bakhodir Burkhanov) ຫົວໜ້າອົງການສະຫະປະຊາຊາດ ປະຈໍາລາວ ເມື່ອວັນທີ 18 ກໍລະກົດທີ່ຜ່ານມາວ່າ: ອົງການສະຫະປະຊາຊາດໄດ້ໃຫ້ການຊ່ວຍເຫຼືອ ສ້າງແຜນແມ່ບົດໃນການວາງແຜນຜັງເມືອງ, ການຄຸ້ມຄອງນໍາໃຊ້ທີ່ດິນກໍຄື: ການວາງແຜນພັດທະນາເສດຖະກິດ-ສັງຄົມ, ໂດຍມີວຽກຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານ ປະກອບມີ 2 ໄລຍະຄື: ໄລຍະທີ 1 ແມ່ນວຽກການກໍ່ສ້າງສະຖານີດູດນໍ້າດິບ ຮ່ວມກັບວຽກການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ມີໄລຍະເວລາການກໍ່ສ້າງ 8 ເດືອນ, ມີມູນຄ່າຫຼາຍກວ່າ 325,000 ໂດລາສະຫະລັດ.

May be an image of 12 people

ປັດຈຸບັນ, ກໍ່ສ້າງສໍາເລັດແລ້ວ 100% ແລະ ໄລຍະທີ 2 ແມ່ນວຽກການກໍ່ສ້າງໂຮງງານຜະລິດນໍ້າປະປາ ຂະໜາດ 3,600 ແມັດກ້ອນຕໍ່ວັນ, ວຽກງານການກໍ່ສ້າງອ່າງເກັບນໍ້າ 400 ແມັດກ້ອນ ແລະວຽກງານການກໍ່ສ້າງສະຖານີສົ່ງນໍ້າສະອາດ 260 ແມັດກ້ອນ, ມີໄລຍະເວລາການກໍ່ສ້າງ 12 ເດືອນ, ຊຶ່ງປະຕິບັດໄດ້ແລ້ວເກືອບ 65%, ມີມູນຄ່າການກໍ່ສ້າງຫຼາຍກວ່າ 1 ລ້ານໂດລາສະຫະລັດ.

No photo description available.

ຕາມການປະເມີນວຽກງານທັງ 2 ໄລຍະນີ້ ຈະສາມາດສ້າງຜົນປະໂຫຍດກວມເອົາຂອບເຂດຂອງໂຄງການ ຈໍານວນ 16 ບ້ານ, 4,643 ຄອບຄົວ, ມີປະຊາກອນ 24,143 ຄົນ, ເຊິ່ງກວມເອົາຫຼາຍກວ່າ 44% ຂອງຈໍານວນປະຊາກອນພາຍໃນເມືອງ ທີ່ຈະສາມາດນໍາໃຊ້ນໍ້າປະປາໄດ້ຕະຫຼອດ 24 ຊົ່ວໂມງ. ເຊິ່ງການຊ່ວຍເຫຼືອຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນ ແລະ ໃຫຍ່ຫຼວງໃນການພັດທະນາເມືອງໄຊພູທອງ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...