spot_img
Homeຂ່າວພາຍ​ໃນຈັບ 4 ຜູ້ຕ້ອງຫາພ້ອມຢາບ້າ 264 ເມັດ

ຈັບ 4 ຜູ້ຕ້ອງຫາພ້ອມຢາບ້າ 264 ເມັດ

Published on

ໃນຕົ້ນເດືອນ ກໍລະກົດ 2024 ຜ່ານມານີ້ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີເຄື່ອນໄຫວມົ້ວສຸມຢາເສບຕິດ ຢູ່ເຂດ ບ້ານນ້ຳແງ້ນ, ບ້ານຫຼວງ ແລະ ບ້ານໂພນໄຊສະຫວ່າງ ເມືອງ ແລະ ແຂວງຫຼວງນ້ຳທາ.

ທາງໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງເຄື່ອນໄຫວຕິດຕາມ ກວດກາຕົວຈິງ, ສາມາດກັກຜູ້ຖືກຫາໄດ້ 4 ຄົນ ຊື່ ທ້າວ ສິງໄລ ອາຍຸ 33 ປີ, ຢູ່ ບ້ານນາຫ້ອມ, ພ້ອມຂອງກາງຢາບ້າຈຳນວນ 81 ເມັດ; ທ້າວ ແປງ, ອາຍຸ 27 ປີ, ຢູ່ ບ້ານນໍ້າແງ້ນ, ພ້ອມຂອງກາງຢາບ້າ 6 ເມັດ; ທ້າວ ສີລົງ, ອາຍຸ 48 ປີ, ຢູ່ບ້ານຫຼວງ, ພ້ອມຂອງກາງຢາບ້າຈຳນວນ 171 ເມັດ, ທັງ 3 ຄົນ ແມ່ນປະຊາຊົນ ຢູ່ເມືອງ ແລະ ແຂວງຫຼວງນໍ້າທາ; ທ້າວ ທອງວັນ, ອາຍຸ 35 ປີ, ປະຊາຊົນຢູ່ ບ້ານໃຕ້, ເມືອງຍອດອູ ແຂວງຜົ້ງສາລີ, ພ້ອມຂອງກາງຢາບ້າ 6 ເມັດ.

ຜ່ານການສອບສ່ວນຂອງເຈົ້າໜ້າທີ ຜູ້ຖືກຫາທັງ 04 ຄົນໄດ້ຮັບສາລະພາບວ່າ: ຢາເສບຕິດ ປະເພດຢາບ້າ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນ ແມ່ນຂອງພວກກ່ຽວແທ້ ເຊິ່ງພວກກ່ຽວໄດ້ພົວພັນ ຊື້-ຂາຍ ນໍາຜູ້ຮ່ວມຂະບວນການດຽວກັນ ຈຸດປະສົງແມ່ນຊື້ມາໄວ້ເພື່ອເສບ ແລະ ຂາຍຍ່ອຍ. ປັດຈຸບັນຜູ້ຖືກຫາທັງ 04 ຄົນ ເຈົ້າໜ້າທີທີ່ກ່ຽວຂ້ອງ ກັກຂັງໄວ້ຄ້າຍຂຸມຂັງ-ດັດສ້າງ ປກສ ແຂວງ

ຂ່າວ: ຮອ ຈ໋າຍຮ່ວມ ວິວັນໂຫຼຍ, ປກສ ແຂວງຫຼວງນ້ຳທາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...