Homeຂ່າວພາຍ​ໃນຊາຍຊາວໄທ ກໍ່ເຫດປຸ້ນຮ້ານຄຳທີ່ແຂວງຄຳມ່ວນ

ຊາຍຊາວໄທ ກໍ່ເຫດປຸ້ນຮ້ານຄຳທີ່ແຂວງຄຳມ່ວນ

Published on

ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ກັກຕົວເປົ້າໝາຍທີ່ກໍ່ເຫດປຸ້ນຮ້ານຄຳ ຢູ່ ແຂວງຄຳມ່ວນ ຈຳນວນ 1 ຄົນ, ຊື່ທ້າວ ນັນທະພອນ ພຽງຄຳດີ ຫຼື ບອນ, ອາຍຸ 36 ປີ, ອາຊີບ ວ່າງງານ, ເຊື່ອຊາດ ແລະ ສັນຊາດໄທ, ຢູ່ບ້ານທຸ້ງທອງ, ເມືອງ ໜອງບົວ, ຈັງຫວັດນະຄອນສະຫວັນ ປະເທດໄທ , ມີອາວຸດປືນສັ້ນ 1 ກະບອກ, ພ້ອມດ້ວຍລູກປືນຈໍານວນ 28 ລູກ.

ພັອ ວົງຄໍາ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ຜູ້ຊີ້ນໍາວຽກງານຫ້ອງຕໍາຫຼວດໄດ້ໃຫ້ຮູ້ວ່າ: ໃນວັນທີ 1 ກໍລະກົດ 2024 ເວລາປະມານ 16 ໂມງ, ໄດ້ຮັບການປະສານລາຍງານຈາກເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ຄໍາມ່ວນ ວ່າ: ໄດ້ມີເຫດການຄົນຮ້າຍປຸ້ນຮ້ານຄໍາ, ຢູ່ບ້ານປາກດົງ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ, ຜົນເສຍຫາຍມີ ສາຍຄໍຄໍາ ຈໍານວນ 4 ເສັ້ນ, ເສັ້ນລະ 2 ສະຫຼຶງ, ລວມນໍ້າໜັກ 2 ບາດ, ຄົນຮ້າຍທີ່ເຂົ້າມາກໍ່ເຫດປຸ້ນຊັບໃນຄັ້ງນີ້ມີຈໍານວນ 1 ຄົນ, ນຸ່ງໂສ້ງຢີນສີຟ້າແກ່, ນຸ່ງເສື້ອກັນລົມສີດໍາ, ໃສ່ແພຄ້ອງຄໍສີບົວ ນໍາໃຊ້ອາວຸດປືນສັ້ນໃນການກໍ່ເຫດ, ພາຍຫຼັງກໍ່ເຫດແລ້ວ ແມ່ນນໍາໃຊ້ລົດຈັກ ຮອນດ້າ ເປັນພາຫະນະໃນການຂັບຂີ່ຫຼົບໜີ ແລະ ຄາດວ່າຄົນຮ້າຍຈະເອົາຕົວຫຼົບໜີມາລີ້ຊ້ອນຢູ່ ແຂວງ ສະຫວັນນະເຂດ, ເມື່ອໄດ້ຮັບແຈ້ງຄືແນວນັ້ນ ທາງເຈົ້າກອງບັນຊາການປກສ ແຂວງສະຫວັນນະເຂດ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາຊອກຫາຜູ່ກໍ່ເຫດ.

ຕົກມາຮອດເວລາປະມານ 19 ໂມງຂອງວັນທີ 4 ກໍລະກົດ 2024 ເຈົ້າໜ້າທີ່ວິຊາສະເພາະກອງພັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ, ຈຶ່ງໄດ້ພົບເຫັນລົດຈັກທີ່ສົງໃສ, ຍີ່ຫໍ້ຮອນດ້າ ພໍຊ້າ ສີປອນແດງ, ບໍ່ຕິດແຜ່ນປ້າຍທະບຽນ ຈອດຢູ່ໜ້າຮ້ານມິນີມາກ, ເຂດບ້ານອຸດົມວິໄລ, ນະຄອນໄກສອນພົມວິຫານ, ພ້ອມກັບຜູ້ຂັບຂີ່ ເປັນເພດຊາຍ 1 ຄົນ ແລະ ເພດຍິງ 1 ຄົນ, ເບິ່ງລັກສະນະມີພິລຸດ, ຈາກນັ້ນທາງເຈົ້າໜ້າວິຊາສະເພາະຈຶ່ງໄດ້ສະແດງຕົວເຂົ້າ ໄປສອບຖາມ ແລະ ກວດກາເອກະສານລົດ, ໃນເວລາເຈົ້າໜ້າທີ່ ວິຊາສະເພາະ ຈະໄດ້ທໍາການກວດກາ ຜູ້ກ່ຽວແມ່ນຈະມີການຂັດຂືນພ້ອມຈະເອົາຕົວຫຼົບໜີ, ສະນັ້ນເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າໄປກຸມທັນທີ.

 

ພ້ອມທັງກວດຕົນຕົວແລ້ວພົບເຫັນສິ່ງທີ່ຜິດກົດໝາຍຄື: ອາວຸດປືນສັ້ນ 1 ກະບອກ, ພ້ອມດ້ວຍລູກປືນຈໍານວນ 28 ລູກ, ທີ່ຜູ້ກ່ຽວຊຸກເຊື່ອງໄວ້ ຢູ່ໃນແອວທາງດ້ານຫນ້າ, ແລະ ກັກຕົວຜູ້ກ່ຽວ ໃຫ້ເຈົ້າໜ້າທີ່ວິຊາສະເພາະ ໄປສືບສວນ-ສອບສວນຂະຫຍາຍຜົນ, ພ້ອມກັບລົດຈັກ 1 ຄັນ ແລະ ຜູ້ຍິງທີ່ໄປກັບຜູ້ກ່ຽວ 1 ຄົນ, ຜ່ານການສອບສວນຈຶ່ງຮູ້ໄດ້ວ່າ: ຜູ່ກ່ຽວເປັນຄົນໄທ, ຜ່ານການກວດກາປະຫວັດ ແມ່ນເຫັນວ່າ: ຜູ້ກ່ຽວເຄີຍມີປະຫວັດກໍ່ເຫດມາກ່ອນແລ້ວ ແລະ ຍັງໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 1 ກໍລະກົດ 2024 ແມ່ນໄດ້ກໍ່ເຫດປຸ້ນຄໍາຢູ່ເມືອງ ທ່າແຂກ, ແຂວງ ຄໍາມ່ວນ, ປະຈຸບັນ ທາງເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ແມ່ນໄດ້ມອບຕົວຜູ້ກ່ຽວໃຫ້ທາງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຄໍາມ່ວນ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ສປປ ລາວ.

ຂ່າວ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...