spot_img
Homeຂ່າວພາຍ​ໃນມຊ ຮັບນັກສຶກສາ 5,920 ຄົນໃນປີນີ້

ມຊ ຮັບນັກສຶກສາ 5,920 ຄົນໃນປີນີ້

Published on

ສົກ 2024-2025 ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບເອົານັກສຶກສາ ຈຳນວນ 5,920 ຄົນ, ຖ້າທຽບໃສ່ສົກຜ່ານມາແມ່ນຫຼຸດລົງ, ປະຈຸບັນພວມກະກຽມຈັດການສອບເສັງ, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 10 ສິງຫາ 2024 ນີ້.

May be an image of 1 person, the Oval Office and dais

ຮສ ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດໃຫ້ສຳພາດວ່າ: ໄດ້ກະກຽມຄວາມພ້ອມການສອບເສັງດ້ານຕ່າງໆເປັນຕົ້ນ ໄດ້ຂໍອະນຸມັດຕົວເລກໂກຕາຮັບນັກສຶກສາໃຫມ່, ກຳນົດວັນສອບເສັງ, ສະຖານທີ່ສອບເສັງ,ແຕ່ງຕັ້ງຄະນະກຳມະການ, ພັດທະນາລະບົບສອບເສັງເພື່ອລົງທະບຽນແບບອອນລາຍ ແລະ ອື່ນໆ, ໂດຍເລີ່ມໃຫ້ນັກສອບເສັງສະໝັກລົງທະບຽນແບບເຊິ່ງໜ້າ, ເພື່ອອອກບັດເຂົ້າຫ້ອງສອບເສັງ, ເຊິ່ງເລີ່ມແຕ່ວັນທີ 15 ກໍລະກົດເປັນຕົ້ນໄປມາ, ຮອດປະຈຸບັນມີນັກສຶກສາສະແດງເຈດຈຳນົງເຂົ້າສອບເສັງຫຼາຍກວ່າ 500 ຄົນແລ້ວ.

May be an image of 1 person, studying, chess and text

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບການສອບເສັງປີນີ້ ຈະຈັດຮູບແບບເຊິ່ງໜ້າຄືປີຜ່ານມາ, ໂດຍການສອບເສັງຈະແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ແມ່ນສາຍວິທະຍາສາດທຳມະຊາດ ມີ 8 ຄະນະວິຊາ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ ມີ 6 ຄະນະວິຊາ, ສ່ວນຕາຕະລາງສອບເສັງ ກຸ່ມ A ພາກເຊົ້າ ເລີ່ມແຕ່ເວລາ 9:00-11:00 ໃຊ້ເວລາ 120 ນາທີ ມີວິຊາ ຄະນິດ ສາດ A ແລະ ຟີຊິກສາດ, ພາກບ່າຍ ເວລາ 14:00-15:30 ໃຊ້ເວລາ 90 ນາທີ ມີວິຊາພາສາລາວ, ວັນນະຄະດີ ແລະເຄມີສາດ, ຊີວະສາດ ແລະພາສາອັງກິດ. ສ່ວນກຸ່ມ B ພາກເຊົ້າ 9:00-11:00 ໃຊ້ເວລາ 120 ນາທີ ມີວິຊາ ຄະນິດສາດ B, ພາສາລາວ, ວັນນະຄະດີ ແລະ ພາກບ່າຍ ເວລາ 14:00-15:30 ໃຊ້ເວລາ 90 ນາທີ ມີວິຊາ ພູມສາດ, ປະຫວັດສາດແລະ ພາສາອັງກິດ.

ພາບ: ກະຕ່າຍ ມາກໂນຊາ
ຂ່າວ: ອໍາໄພວັນ ວົງອໍາທອນ, ວສລ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...