spot_img
Homeຂ່າວພາຍ​ໃນຍຶດສິນຄ້າລອກແບບ 1000 ກວ່າອັນ

ຍຶດສິນຄ້າລອກແບບ 1000 ກວ່າອັນ

Published on

ໃນວັນທີ 15 ກໍລະກົດທີ່ຜ່ານມາ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ທຳລາຍສິນຄ້າລອກແບບ ແລະ ປອມແປງເຄື່ອງໝາຍການຄ້າ ປະເພດເຄື່ອງສຳອາງ, ເຂົ້າຮ່ວມພິທີໂດຍທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ທ່ານ ສົມຊາຍ ນົງລາດ ຮອງຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ພ້ອມດ້ວພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວພະໄທ ສູນນາລາດ ຫົວໜ້າພະແນກກວດກາການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ໄດ້ລາຍງານວ່າ: ເພື່ອເປັນການສົ່ງເສີມການແຂ່ງຂັນທາງທຸລະກິດທີ່ເປັນທຳ, ສ້າງການດຳເນີນທຸລະກິດທີ່ເປັນທຳ, ຕ້ານການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ເຮັດໃຫ້ສັງຄົມໄດ້ຮັບຄວາມເສຍຫາຍຈາກສິນຄ້າລອກແບບ, ສິນຄ້າລະເມີດເຄື່ອງໝາຍການຄ້າ, ບໍ່ໄດ້ມາດຕະຖານ, ສົ່ງຜົນຕໍ່ຊີວິດ ແລະ ສຸຂະພາບຜູ້ຊົມໃຊ້.

ເຊິ່ງເຈົ້າໜ້າທີ່ໄດ້ປະສານສົມທົບກັບກົມຕຳຫຼວດສິ່ງແວດລ້ອມ, ກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົມອາຫານ-ຢາ, ກະຊວງສາທາລະນະສຸກ ໄດ້ລົງກວດກາເປົ້າໝາຍພາຍໃນ ນະຄອນຫຼວງວຽງຈັນ 4 ຈຸດ, ພາຍຫຼັງກວດກາພົບເຫັນສິນຄ້າລອກແບບຄີມທາຜິວຍີ່ຫໍ້ vaseline ເປັນ vaseilina, vascleaing ຈຳນວນ 923 ຕຸກ, ຄີມອາບນໍ້າ Lux ເປັນ Lvx ຈຳນວນ 987 ຕຸກ, ລວມມູນຄ່າ 33,425,000 ກີບ, ເຊິ່ງເຈົ້າຂອງສິນຄ້າບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາຂອງສິນຄ້າ, ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ບໍ່ມີ ອຢ, ລະເມີດເຄື່ອງໝາຍການຄ້າ, ບໍ່ຕິດສະຫຼາກເປັນພາສາລາວ….

ດັ່ງນັ້ນ, ເຈົ້າໜ້າທີ່ໄດ້ຍຶດສິນຄ້າດັ່ງກ່າວ, ພ້ອມທຳລາຍດ້ວຍການຖອກລົງຖັງໃຫຍ່ລວມກັນ ແລ້ວທຳລາຍຖິ້ມ. ສ່ວນເຈົ້າຂອງສິນຄ້າແມນໄດ້ຖືກດຳເນີນຄະດີຕາມລະບຽບກົດໝາຍ

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...