spot_img
Homeຂ່າວພາຍ​ໃນນາຍົກ ພ້ອມຄະນະເດີນທາງໄປສິງກະໂປ

ນາຍົກ ພ້ອມຄະນະເດີນທາງໄປສິງກະໂປ

Published on

ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສາທາ ລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 9 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບສອງຊາດ.

อาจเป็นรูปภาพของ 13 คน และ ข้อความ

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 9 ກໍລະກົດ 2024, ທີ່ ສະພາແຫ່ງຊາດ ສິງກະໂປ. ພາຍຫລັງສໍາເລັດພິທີ, ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ລໍເຣັນສ ວອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ລໍເຣັນສ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງ ສິງກະໂປ ໃນເດືອນພຶດສະພາ ທີ່ຜ່ານມາ.

อาจเป็นรูปภาพของ 2 คน และ ข้อความ

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ສິງກະໂປ ໃນໄລຍະຜ່ານມາ ທີ່ເຕັມໄປດ້ວຍໝາກຜົນ ແລະ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ສຳລັບ, ທິດທາງໃນຕໍ່ໜ້າ, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ ໂດຍສະ ເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນເປັນຕົ້ນການຊື້-ຂາຍ ພະລັງງານສະອາດ ກໍຄື ການຊື້ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານແຮ່ທາດທີ່ຫາຍາກ, ດ້ານກະສິກຳ, ການສະໜອງທັນຍາຫານ (ສິນຄ້າດ້ານກະສິກໍາ) ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະບຽບອາຫານເຊິ່ງກັນ ແລະ ກັນ.

อาจเป็นรูปภาพของ 4 คน และ แท่นบรรยาย

ການຮ່ວມມືດ້ານຊັບພະຍາກອນທຳມະຊາດກໍຄື: ການຊື້-ຂາຍສິນເຊື່ອກາກບອນ (Carbon Credit) ໂດຍສະເພາະການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງລາວ, ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເປັນທ່າແຮງບົ່ມຊ້ອນ, ລວມທັງການຮ່ວມມືໃນການພັດ ທະນາຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

อาจเป็นรูปภาพของ 4 คน และ แท่นบรรยาย

ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍ ກໍໄດ້ເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມື ລາວ-ສິງກະໂປ ຈຳນວນ 2 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂະແໜງ ການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ.ສິງກະໂປ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ສົນທິສັນຍາ ປາຣີ ມາດຕາ 6 ເຊິ່ງແມ່ນການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແລະ ອຸດສາຫະກໍາ ແຫ່ງ ສ.ສິງກະໂປ.

ຂ່າວ-ພາບ: ກຕທ, ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...