spot_img
Homeຂ່າວພາຍ​ໃນເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 5,7%

ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 5,7%

Published on

ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ 8 ກໍລະກົດນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານວຽກທີ່ພົ້ນເດັ່ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີວ່າ: ເສດຖະກິດ ນວ ຄາດວ່າຈະຂະຫາຍຕົວໃນລະດັບ 5,7% (ມະຕິສະພາໃຫ້ບັນລຸ 5,5%) ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸ 43.960,07 ຕື້ກີບ ເທົ່າກັບ 51,23% ຂອງແຜນການປີ (ມະຕິສະພາໃຫ້ບັນລຸ 85.799 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 43,14 ລ້ານກີບ (ມະຕິສະພາ ໃຫ້ໄດ້ 81,7 ລ້ານກີບ).

May be an image of 1 person and dais

ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 4% ກວມເອົາ 14,3% ຂອງ GDP) ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 6,9% ກວມເອົາ 47,5% ຂອງ GDP), ຂະແໜງບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 3,8% ກວມເອົາ 39% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 3,5% ກວມເອົາ 38,2% ຂອງ GDP).

ດ້ານງົບປະມານຮອດວັນທີ 30 ມິຖຸນາ 2024 ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 5.029,26 ຕື້ກີບ ເທົ່າກັບ 70,39% ຂອງແຜນການສະພາຮັບຮອງ 7.144,42 ຕື້ກີບ.ໃນນີ້, ລາຍຮັບພູດນະຄອນຫຼວງ ຈັດເກັບ 1.543,66 ຕື້ກີບ ເທົ່າກັບ 90,75% ຂອງມະຕິສະພາ 1.701,06 ຕື້ກີບ, ດ້ານລາຍຈ່າຍ ປະຕິບັດໄດ້ 426,63 ຕື້ກີບ ເທົ່າກັບ 74,71% ຂອງມະຕິສະພາ (570,98 ຕື້ກີບ), ດ້ານດຸ່ນດ່ຽງ ປະຕິບັດໄດ້ 506,52 ຕື້ກີບ ເທົ່າກັບ 44,82% (ຂອງມະຕິສະພາ 1.130,07 ຕື້ກີບ), ດ້ານແຫຼ່ງທຶນເພື່ອການພັດທະນາ ການລົງທຶນລວມທົ່ວສັງຄົມສາມາດປະຕິບັດໄດ້ 10.511 ຕື້ກີບ ເທົ່າກັບ 52,16% (ຂອງມະຕິສະພາ 20.150 ຕື້ກີບ).

ຂ່າວ-ພາບ: ແສງຈັນ, ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)