Homeຂ່າວຕ່າງປະເທດງູຫຼາມຍາວ 8 ແມັດ ກືນກິນຍິງຊາວອິນໂດເນເຊຍ ນັບເປັນລາຍທີ 2 ໃນ 1 ເດືອນ

ງູຫຼາມຍາວ 8 ແມັດ ກືນກິນຍິງຊາວອິນໂດເນເຊຍ ນັບເປັນລາຍທີ 2 ໃນ 1 ເດືອນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກໍລະກົດ 2024 ກ່ຽວກັບເຫດການສະເທືອນຂວັນເມື່ອຍິງຊາວອິນໂດເນເຊຍຫາຍໂຕແບບປິດສະໜາ ສຸດທ້າຍພົບຢູ່ທ້ອງງູຫຼາມ ທີ່ມີຄວາມຍາວປະມານ 8 ແມັດ ເກີດຂຶ້ນທີ່ເກາະສຸລາເວສີ ປະເທດອິນໂດເນເຊຍ ເຊິ່ງເປັນລາຍທີ 2 ໃນຮອບ 1 ເດືອນ ເປັນສະຖານທີ່ດຽວກັນກັບເຫດການກ່ອນໜ້ານີ້ທີ່ເກີດຂຶ້ນຢູ່ເມືອງລູວູ ສຸລາເວສີໃຕ້.

ຕາມການລາຍງານຍິງຜູ້ເສຍຊີວິດຊື່ວ່າ: ນາງ ຊາເຣຍຕິ ອາຍຸ 35 ປີ ໄດ້ອອກໄປຮ້ານຂາຍຢາເພື່ອຊື້ຢາໃນວັນອັງຄານທີ 2 ກໍລະກົດ 2024 ເວລາ 8:00 ໂມງ ແລະ ໄດ້ຫາຍໂຕໄປຫຼາຍຊົ່ວໂມງ ເຊິ່ງທາງດ້ານນ້ອງຊາຍກໍໄດ້ຕາມຫາແຕ່ກໍບໍ່ພົບ ຈຶ່ງໄດ້ໂທບອກຜົວຂອງນາງ ຈາກນັ້ນທັງສອງໄດ້ອອກຕາມຫາ ຈຶ່ງພົບເກີບແຕະ ແລະ ໂສ້ງຂອງນາງ ຊາເຣີຍຕິ ຢູ່ຂ້າງທາງຫ່າງປະມານ 10 ແມັດ ພົບກັບງູຫຼາມຍັກທີ່ມີລັກສະນະທ້ອງໃຫຍ່ຄ້າຍຄືກັບກິນຫຍັງເຂົ້າໄປ ຜົວຂອງນາງ ຊາເຣຍຕິ ຈຶ່ງໄດ້ໃຊ້ອາວຸດຕັດຫົວງູ ກ່ອນຈະຮີບຜ່າທ້ອງຈຶ່ງພົບວ່າເມຍຂອງຕົນຢູ່ໃນທ້ອງງູໄດ້ເສຍຊີວິດແລ້ວ.

ຈາກຂໍ້ມູນຊາວບ້ານທີ່ອາໃສໃນບໍລິີເວນໃກ້ແມ່ນ້ຳບອກວ່າເ ມີງູຢ່າງນ້ອຍ 4-5 ໂຕທີ່ຂະໜາດເທົ່າກັນບາງໂຕຖືກຊາວບ້ານຂ້າໄປແລ້ວ, ຊາວບ້ານສົງໃສວ່າຍ້ອນປັດຈຸບັນບໍ່ຄ່ອຍເຫັນໝູປ່າໃນບໍລິເວນນັ້ນ ເຮັດໃຫ້ອາຫານງູຫາຍາກກວ່າເກົ່າ ງູຈຶ່ງໄດ້ມາໂຈມຕີຄົນ ທາງດ້ານເຈົ້າໜ້າທີ່ໄດ້ແນະນຳຊາວບ້ານຢ່າເດີນທາງຄົນດຽວ ແລະ ພົກພາອາວຸດຂອງມີຄົມເພື່ອໄວ້ປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...