spot_img
Homeຂ່າວຕ່າງປະເທດສະຫຼົດ! ນັກກິລາດອກປີກໄກ່ດາວຮຸ່ງຊາວຈີນ ເສຍຊີວິດຄາສະໜາມ ເນື່ອງຈາກຫົວໃຈວາຍ

ສະຫຼົດ! ນັກກິລາດອກປີກໄກ່ດາວຮຸ່ງຊາວຈີນ ເສຍຊີວິດຄາສະໜາມ ເນື່ອງຈາກຫົວໃຈວາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2024 ນີ້ກ່ຽວກັບເຫດການສະເທືອນຂວັນ ໃນລະຫວ່່າງການແຂ່ງຂັນດອກປີກໄກ່ທີມເຍົາວະຊົນຊິງແຊ້ມອາຊີ 2024 (Badminton Asia Junior Championships 2024) ທີ່ປະເທດອິນໂດເນເຊຍເປັນເຈົ້າພາບ.

ໂດຍເປັນການແຂ່ງຂັນລະຫວ່າງ ຈາງ ຈີ້ ເຈຍ ນັກກິລາດອກປີກໄກ່ຈາກຈີນ ອາຍຸ 17 ປີ ລົງສະໜາມພົບກັບ ຄາສຸມະ ຄາວາໂນະ ຈາກຍີ່ປຸ່ນ ທີ່ສະໜາມ ຈີໂອອາ ອາມອນໂກຣໂກ ເມືອງຍອກຍາກາຕາ ລະຫວ່າງການແຂ່ງຂັນໃນແຊັດທຳອິດ ຄະແນນສະເໝີກັນ 11:11 ເຊິ່ງໃນຈັງຫວະທີ່ນັກກິລາດອກປີກໄກ່ຊາວຈີນ ກຳລັງຈະເສີບປາກົດວ່າ: ລາວເກີດມີອາການຫົວໃຈວາຍ ແລະ ຊັກລົງຈົນໝົດສະຕິຢູ່ກາງສະໜາມ ທ່າມກາງຄວາມຕົກໃຈຂອງກອງເຊຍ ແລະ ຄູ່ແຂ່ງ ຈົນເຈົົ້າໜ້າທີ່ແພດເຂົ້າມາປະຖົມພະຍາບານຂັ້ນຕົ້ນແລ້ວສົ່ງໂຮງໝໍຢ່າງຮີບດ່ວນ.

ຕາໃການລາຍງານໄດ້ລະບຸວ່າ: ແພດໄດ້ປະຖົມພະຍາບານຂັ້ນຕົ້ນປະມານ 2 ນາທີການນຳຕົວອອກຈາກສະໜາມ ແຕ່ທ້າຍທີ່ສຸດແພດກໍໄດ້ອອກມາແຈ້ງວ່າ: ເຂົາໄດ້ເສຍຊີວິດທີ່ໂຮງໝໍແລ້ວ ໃນເວລາ 23:20 ໂມງຂອງວັນທີ 30 ມິຖຸນາ 2024, ທັງນີ້ ຈາງ ຈີ້ ເຈຍ ເປັນນັກກິລາດອກປີກໄກ່ດາວຮຸ່ງຊາວຈີນ ທີ່ມີຜົນງານໂດດເດັ່ນ ຈົນຖືກດັນຂຶ້ນສູ່ທີມຊາດຊຸດໃຫຍ່ ທີ່ຄວ້າ ແຊ້ມລາຍການ Yonex German Junior 2024 ແລະ ຄວ້າແຊ້ມລາຍການເຍົາວະຊົນອາຊີ ຮຸ່ນອາຍຸບໍ່ເກີນ 15-17 ປີ ເຊິ່ງການເສຍຊີວິດຂອງເຂົານັບເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງວົງການດອກປີກໄກ່ຈີນ.

ແຫຼ່ງຂ່າວ: 3Plus

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...