spot_img
Homeຂ່າວພາຍ​ໃນການຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ

ການຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ

Published on

ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາແຫ່ງຊາດ ຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 13 ມິຖຸນາ 2024 ກ່ຽວກັບການຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແມ່ນໄດ້ມີລະບຽບການໂດຍເລີ່ມຈາກການມີສັນຍາຮ່ວມມືກັບປະເທດຮັບ, ມີກົນໄກການຕິດຕາມ ແລະ ຄຸ້ມຄອງຂະບວນການ, ຂັ້ນຕອນ ໃນການຈັດຫາງານໄປຕ່າງປະເທດຢ່າງຮັດກຸມ ໄດ້ມີການປະສານສົມທົບ ກັບ ກະຊວງການຕ່າງປະເທດ ເພື່ອໃຫ້ສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ເຊັ່ນ: ສະຖານທູດ, ສະຖານກົງສູນ ຢູ່ປະເທດທີ່ມີແຮງງານລາວ ເຮັດວຽກຢູ່ ໃຫ້ການຕິດຕາມ, ປົກປ້ອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານລາວ ພ້ອມທັງໄດ້ແຕ່ງຕັ້ງພະນັກງານຄຸ້ມຄອງແຮງງານລາວ ໄປປະຈຳຢູ່ຕ່າງປະເທດຕາມຄວາມເໝາະສົມ.

ນອກນັ້ນ, ໃນກອບຮ່ວມມືອາຊຽນ ໄດ້ມີຖະແຫຼງການອາຊຽນກ່ຽວກັບການໂອນສິດຜົນປະໂຫຍດປະກັນສັງຄົມຂອງແຮງງານເຄື່ອນຍ້າຍໃນອາຊຽນ, ເຊິ່ງຖືກຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ປີ 2022 ພ້ອມນີ້ ຍັງໄດ້ປຶກສາຫາລື ໃນບັນດາປະເທດ CLMTV ກ່ຽວກັບການຜັນຂະຫຍາຍຖະແຫຼງການດັ່ງກ່າວ ໃຫ້ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາໂດຍໄວ.

Asia's factory workers at the sharp end of the west's supply chain crisis |  Global development | The Guardian

ມາຮອດປັດຈຸບັນ, ມີແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ຕາມກົດໝາຍ 212.795 ຄົນ ແລະ ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203.161 ຄົນ ແລະ ສັງລວມເງິນ ທີ່ແຮງງານສົ່ງກັບຄືນປະເທດທັງໝົດ ປະມານ 52.110.961 ໂດລາ ຕໍ່ເດືອນ x 12 ເດືອນ ເທົ່າກັບ 625.331.532 ໂດລາຕໍ່ປີ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...