spot_img
Homeຂ່າວຕ່າງປະເທດສະໜາມເຕະບານໃນສະຫະລັດ ເປັນຂຸມຂະໜາດໃຫຍ່ ມີຄວາມເລິກ 15 ແມັດ

ສະໜາມເຕະບານໃນສະຫະລັດ ເປັນຂຸມຂະໜາດໃຫຍ່ ມີຄວາມເລິກ 15 ແມັດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ມິຖຸນາ 2024 ນີ້ ສະໜາມເຕະບານທາງຕອນໃຕ້ຂອງລັດອິລີນອຍເກີດຍຸບລົງເປັນຂຸມຂະໜາດໃຫຍ່ ຈົນເຮັດໃຫ້ເສົາໄຟໃຫຍ່ຕົກລົງໄປໃນຂຸມທີ່ມີຄວາມເລິກ 15 ແມັດ ເຊິ່ງຢູ່ທາງດ້ານລຸ່ມເຈົ້າໜ້າທີ່ໄດ້ລະວ່າ: ໄດ້ມີການເຮັດເໝືອງຫິນປູນໃຕ້ດິນ ແລະ ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ຜູ້ອຳນວຍການຜະແນກສວນສາທາລະນະ ແລະ ນັນທະນາການເມືອງອາວຕັນ ກ່າວວ່າ: ຄາດວ່າຂຸມດັ່ງກ່າວມີຄວາມກວ້າງຢ່າງນ້ອຍ 30.5 ແມັດ ແລະ ມີຄວາມເລິກປະມານ 9.1 ເຖິງ 15.2 ແມັັດ ສົ່ງຜົນໃຫ້ໃນຂະນະນີ້ສວນສາທາລະນະ ກໍດອນ ມົວ ແລະ ຫົນທາງບໍລິເວນໃຫ້ຄຽງຕ້ອງປິດໃຫ້ບໍລິການຊົ່ວຄາວ.

ທາງດ້ານບໍລິສັດທີ່ໄດ້ດຳເນີນການຂຸດຫິນປູນໃນພຶ້ນທີ່ໄດ້ກ່າວວ່າ: ຂຸມທີ່ຍຸບຕົວລົງເປັນເຫດມາຈາກ ການຊຸດຕົວຂອງພຶ້ນຜິວ ທີ່ເໝືອງໃຕ້ດິນໃນເມືອງອາວຕັນ ແລະ ຍັງມີລາຍງານວ່າ: ພຶ້ນທີ່ທີ່ໄດ້ຮັບຜົນກະທົບຈະຖືກປິດ ແລະ ຈະບໍ່ອະນຸຍາດໃຫ້ມີການຜ່ານເຂົ້າ-ອອກ ໃນໄລຍະນີ້ ສ່ວນທາງເຈົ້າໜ້າທີ່ກວບສຶບ ແລະ ຊ່ຽວຊານ ກຳລັງກວດສອບເໝືອງ ແລະ ດຳເນີນການແກ້ໄຂ ຢ່າງວ່ອງໄວ ແລະ ໃຫ້ປອດໄພ ເພື່ອໃຫ້ເກີດຜົນກະທົບຕໍ່ຊຸມຊົນນ້ອຍທີ່ສຸດ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...