spot_img
Homeຂ່າວພາຍ​ໃນລາວ-ຣັດເຊຍ ສືບຕໍ່ຮ່ວມມືວຽກງານຫຼາຍດ້ານ

ລາວ-ຣັດເຊຍ ສືບຕໍ່ຮ່ວມມືວຽກງານຫຼາຍດ້ານ

Published on

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ໃນວັນທີ 10-11 ມິຖຸນາ 2024, ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ.

May be an image of 4 people and text

ສອງຝ່າຍໄດ້ປຶກສາຫາລືກັນເພື່ອສືບຕໍ່ຮັດແໜ້ນການ ພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ພະລັງງານ ແລະ ບໍ່ແຮ່, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄວາມປອດໄພຂອງຂໍ້ມູນ, ການຮ່ວມມືຂົນສົ່ງທາງລົດໄຟ, ວັດທະນະທໍາ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ.

May be an image of 3 people and text

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືການພົວພັນໃນຂອບການຮ່ວມມື ພາກພື້ນ ແລະ ສາກົນ ລວມ ເຖິງການພົວພັນຮ່ວມມື ອາຊຽນ-ຣັດເຊຍ, ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມປິ່ນອ້ອມກອງປະຊຸມ BRICS ທີ່ ຣັດເຊຍ ເປັນເຈົ້າພາບ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)