spot_img
Homeຂ່າວພາຍ​ໃນຟື້ນຟູສ້ອມແປງ ເສັ້ນທາງຈຸດພູໄຮ

ຟື້ນຟູສ້ອມແປງ ເສັ້ນທາງຈຸດພູໄຮ

Published on

ທ່ານ ພອນທິບ ພະບໍລິບູນ ທີ່ປຶກສາປະຈໍາໂຄງການເສັ້ນທາງເລກ 8 ໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າງບໍ່ດົນນີ້ຕໍ່ກັບການຟູຟື້ນປົວແປງສະພາບເສັ້ນທາງເລກ 8 ພາຍຫຼັງໄດ້ຮັບກະທົບຈາກໄພພິບັດທາງທໍາມະຊາດໃນຊ່ວງລະດູຝົນຂອງປີ 2023 ຜ່ານມາວ່າ : ສໍາລັບສະພາບການປົວແປງເສັ້ນທາງເລກ 8 ນີ້ບໍລິສັດແມ່ນໄດ້ສົ່ງທີມງານເຂົ້າມາຈັດຕັ້ງປະຕິບັດນັບແຕ່ວັນທີ 07 ຂອງເດືອນມີນາຈົນມາຮອດປະຈຸບັນ . ສ່ວນວ່າຈຸດທີ່ຈະຕ້ອງໄດ້ມີການກໍ່ສ້າງສ້ອມແປງຄືນແມ່ນນັບແຕ່ກິໂລແມັດ 42 + 800 – 50 + 800 ລວມໄລຍະທາງທີ່ຈະຕ້ອງສ້ອມແປງແມ່ນ 8 ກິໂລແມັດ ແລະ ຈຸດທີ່ເປັນບວກເປັນຂຸມແມ່ນກິໂລແມັດ 52 + 200 – 52+325 ແລະ 50 ແມັດ.

ອາດເປັນຮູບພາບຂອງ 1 ຄົນ ແລະ ທົ່ງຫຍ້າ

ສໍາລັບການປະຕິບັດວຽກຂອງທາງບໍລິສັດແມ່ນມີກົນຈັກທີ່ເຂົ້າມາປະຈໍາ 23 ຄັນ,ທີມງານສໍາຫຼວດລວມທັງໝົດ 7 ຄົນ ,ວຽກພາກສະຫຼຸບ,ວຽກສໍາຫຼວດ – ອອກແບບ ແລະ ໄດ້ທໍາການກໍ່ສ້າງໄປພ້ອມໆກັນ . ມາຮອດປະຈຸບັນໜ້າວຽກມີຄວາມຄືບໜ້າໂດຍຈຸດຫຼັກໆແມ່ນເລັງເອົາດິນທີ່ເຈື່ອນ ແລະ ຈຸດທີ່ມີຄວາມຫຍຸ້ງຍາກໃນການສັນຈອນໃນຊວງລະດູຝົນນີ້ເຊິ່ງໄດ້ເຫັນເຖິງຄວາມສໍາຄັນໃນຂົນສົ່ງສິນຄ້າ . ສະພາບຂອງເສັ້ນທາງແມ່ນເລັ່ງໃສ່ແກ້ໄຂວຽກຫຼັກໆໂດຍສະເພາະການສັນຈອນໄປມາເປັນອັນທໍາອິດເພື່ອໃຫ້ມີຄວາມສະດວກ , ໃນໄລຍະຂອງການກໍ່ສ້າງອາດຈະສົ່ງຜົນກະທົບການຕໍ່ການເດີນທາງເຊິ່ງທ່ານກໍ່ໄດ້ຮຽກຮ້ອງມາຍັງຜູ້ສັນຈອນເສັ້ນທາງດັ່ງກ່າວຈົ່ງໄດ້ເຫັນໃຈນໍາກັນ

ບໍ່ມີຄຳອະທິບາຍຮູບພາບ.

ທ່ານໃຫ້ຮູ້ອີກວ່າ : ການກໍ່ສ້າງຕາມແຜນແມ່ນມີໄລຍະເວລາ 02 ປີແຕ່ກໍ່ຈະພະຍາ ຍາມປັບໄລຍະເວລາລົງມາໃຫ້ຍັງເຫຼືອ 1 ປີກັບ 3 ເດືອນທັງນີ້ແມ່ນຕ້ອງໄດ້ເບິ່ງຕາມສະພາບຄວາມເປັນຈິງຖ້າຫາກດິນຟ້າອາກາດເອື້ອອໍານວຍໃນຊ່ວງການກໍ່ສ້າງ.

ອາດເປັນຮູບພາບຂອງ 2 ຄົນ ແລະ ຂໍ້ຄວາມ

ໃນເວລາການກໍ່ສ້າງແມ່ນມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກເຊິ່ງໜຶ່ງໃນບັນຫາຂໍ້ສະດວກແມ່ນທາງບໍລິສັດແມ່ນທີມງານທີ່ຄົບຊຸດລວມໄປເຖິງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ອໍານວຍຄວາມສະດວກໃຫ້,ສ່ວນວ່າຂໍ້ຫຍຸ້ງຍາກໃນ ການກໍ່ສ້າງແມ່ນການເຄື່ອນຍ້າຍດິນທີ່ຖືກເຈາະເຈື່ອນແມ່ນມີໄລຍະໄກ ແລະ ປະລິມານການສັນຈອນມີລົດຫຼາຍ.

ຂ່າວ: ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...