Homeຂ່າວພາຍ​ໃນ5 ວຽກຈຸດສຸມດ້ານວັດທະນະທໍາ-ສັງຄົມ ຂອງລັດຖະບານໃນ 6 ເດືອນທ້າຍປີ 2024

5 ວຽກຈຸດສຸມດ້ານວັດທະນະທໍາ-ສັງຄົມ ຂອງລັດຖະບານໃນ 6 ເດືອນທ້າຍປີ 2024

Published on

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບວຽກຈຸດສຸມດ້ານວັດທະນະທໍາ- ສັງຄົມຂອງລັດຖະບານ ໃນ 6 ເດືອນ ທ້າຍປີ 2024 ເຊິ່ງລວມມີ 5 ວຽກສໍາຄັນ ຄື:

(1) ຊຸກຍູ້ວຽກງານສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານກອງ ປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ບໍລິການນັກທ່ອງທ່ຽວ ໂດຍສົມທົບແໜ້ນກັບຜູ້ປະກອບການກໍ່ຄືທຸກພາກສ່ວນໃນ ສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ ແລະ ອຶ່ນໆ.

(2) ສຸມໃສ່ປັບປຸງຄຸນນະພາບການສຶກສາ ແລະ ກໍ່ສ້າງຊັບພະຍາ ກອນມະນຸດ; ສືບຕໍ່ສຸມໃສ່ປະຕິບັດ ນະໂຍບາຍ ແລະ ມາດຕະ ການ ໃນການແກ້ໄຂບັນຫາການຂາດແຄນຄູ, ການປະຕິບັດນະໂຍບາຍອຸດໜູນ ຄູອາສາສະໝັກ ແລະ ການປະລະການຮຽນ ຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ.

(3) ຮີບຮ້ອນຄົ້ນຄ້ວາປັບປຸງກອງທຶນປະກັນສຸຂະພາບ ຕາມທິດກຸ້ມຕົນເອງເທື່ອລະກ້າວ, ພ້ອມກັນ ນັ້ນ ກໍ່ຈະໄດ້ສືບຕໍ່ແກ້ໄຂບັນ ຫາໜີ້ສິນກອງທຶນປະກັນສຸຂະພາບ ເພື່ອບໍ່ໃຫ້ເກີດສະພາບການຂາດແຄນ ຢາປິ່ນປົວພະຍາດ ຢູ່ບາງແຂວງ ຍ້ອນຂາດສະພາບຄ່ອງທາງດ້ານການເງິນ ຄືຜ່ານມາ.

(4) ຄົ້ນຄ້ວານະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາຂາດແຄນແຮງງານພາຍໃນປະເທດ ແລະ ການຄຸ້ມຄອງແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ ເປັນຕົ້ນແມ່ນແຮງງານທີ່ໄປບໍ່ຖຶກຕ້ອງ ຕາມກົດໝາຍລະບຽບການ ແລະ ປະເມີນຄືນການປະຕິບັດນະໂຍບາຍຕ່າງໆທີ່ກຳນົດໃນບັນດານິຕິກຳທີ່ ໄດ້ອອກຜ່ານມາ.

(5) ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ປັບປຸງການເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດຂອງລັດ ແລະ ທະນາຄານທຸລະກິດຂອງເອກະຊົນ, ພ້ອມທັງຊຸກຍູ້ການປ່ອຍເງິນກູ້ຈາກກອງທຶນພັດທະນາຕ່າງໆ ພາຍໃນຊຸມຊົນເພື່ອສົ່ງເສີມການຜະລິດຂອງປະຊາຊົນ; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ກິດຈະກຳຂອງແຜນງານ ແລະ ໂຄງການຈາກທຶນຊ່ວຍເຫຼືອທາງການ, ກອງທຶນພັດທະນາຊຸມຊົນຈາກບັນດາໂຄງການສໍາປະທານຕ່າງໆ ເພື່ອການພັດທະນາຕາມແຜນກຳນົດໄວ້. ພ້ອມທັງສືບຕໍ່ຈັດຕັ້ງປະຕິ ບັດບັນດານະໂຍບາຍ ແລະ ນິຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...